วันศุกร์ที่ 25 พฤษภาคม พ.ศ. 2561

ອະທິບາຍຄວາມແຕກຕ່າງລະຫວ່າງ ບົດອະທິບາຍ,ພິສູດ ແລະວິຈານ


  ບົດອະທິບາຍ
     ບົດອະທິບາຍ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ທິດສະດີ ແລະ ຕົວຈິງມາອະທິບາຍ ຫຼື ຊີ້ແຈງດ້ວຍເຫດຜົນ ກ່ຽວກັບບັນຫາໃດໜຶ່ງເພື່ອໃຫ້ຜູ້ອ່ານ, ຜູ້ຟັງເຂົ້າໃຈ.
ບົດພິສູດ
     ບົດພິສູດ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງໃຊ້ຫຼັກຖານຕົວຈິງມາອ້າງອີງແລະຢັງຢືນລັກສະນະຕົວຈິາງຂອງບັນຫາຕ່າງໆທີ່ຊຍົກມາພິສູດ.
ບົດວິຈານ
     ບົດວິຈານ ແມ່ນບົດແຕ່ງປະເພດໜຶ່ງ ເຊິ່ງອີງໃສ່ຄວາມຮູ້,ຄວາມຄິດ ແລະ ທັດສະນະຫຼັກໝັ້ນຂອງຜູ້ຂຽນ ເພື່ອສັງເກດບັນຫານັ້ນວ່າຖືກ ຫຼື ຜິດ. ຫຼັງຈາກນັນກໍຖອດຖອນເອົາຄວາມໝາຍ ແລະຄຸນປະໂຫຍດຂອງບັນຫານັ້ນໂດຍມີການຕຳນິ, ພິຈາລະນາ ແລະ ການຄິດຕຶງຕອງໄປພ້ອມ, ບໍ່ວ່າວຽກງານຈະຮ້າຍ ຫຼື ດີ, ຖືກ ຫຼື ຜິດກໍສາມາດຍົກຂຶນມາວິຈານໄດ້.
ຈຸດຄືກັນ
      ຢູ່ໃນບົດອະທິບາຍ, ພິສູດ ຫຼື ວິຈານ ແຕ່ລະປະເພດບົດດັ່ງກ່າວລ້ວນແຕ່ຕ້ອງໃຊ້ການອະທິບາຍ, ພິສູດ ແລະວິຈານຮ່ວມກັນຢູ່ໃນບົດດຽວກັນ ພຽງແຕ່ຕ້ອງການໜ້ອຍຫຼາຍຕ່າງກັນເທົ່ານັ້ນ.
 ຈຸດຄືກັນ
       ໃນບົດອະທິບາຍ ການໃຊ້ເຫດຜົນເພື່ອຊີ້ແຈງບັນຫາເປັນສ່ວນສໍາຄັນ, ການອ້າງຫຼັກຖານຕົວຈິງ ແລະວິຈານເປັນສ່ວນສຳຮອງ.
       ໃນບົດພິສູດ ການອ້າງຫຼັກຖານຕົວຈິງມາຢັງຢືນເປັນສ່ວນສໍາຄັນ, ການຊີ້ແຈງບັນຫາ ແລະວິຈານເປັນສ່ວນສຳຮອງ.
       ສໍາລັບບົດວິຈານນັ້ນປະກອບດ້ວຍສ່ວນຕ່າງໆ ຄືຂ້າງເທິງແຕ່ເປັນພຽງສໍາຮອງ, ສ່ວນທີ່ສໍາ ແລະຕົ້ນຕໍແມ່ນການໄຈ້ແຍກ, ວິຈານອັນຖືກອັນຜິດ ແລະຄຸນປະໂຫຍດຂອງບັນຫາ.


ไม่มีความคิดเห็น:

แสดงความคิดเห็น

ປະຫວັດເຈົ້າຟ້າງຸ່ມ

v ປະຫວັດເຈົ້າຟ້າງຸ່ມ           ເຈົ້າຟ້າງຸ່ມປະສູດເມື່ອ ຄ.ສ 1316 ເປັນໂອຣົດຂອງພະເຈົ້າຟ້າງ້ຽວ ບຸກຂະລິກ ລັກສະນະພິເສດຂອງເຈົ້າຟ້າງຸ່...