v
ປະຫວັດເຈົ້າຟ້າງຸ່ມ
ເຈົ້າຟ້າງຸ່ມປະສູດເມື່ອ
ຄ.ສ 1316 ເປັນໂອຣົດຂອງພະເຈົ້າຟ້າງ້ຽວ ບຸກຂະລິກ
ລັກສະນະພິເສດຂອງເຈົ້າຟ້າງຸ່ມຕຳນານກ່າວໄວ້ວ່າ ເມື່ອພະເຈົ້າປະສູດອອກມາພ້ອມແຂ້ວ 33
ເຫຼັ້ມເກີດມາພ້ອມ ພວກເສນາອະມາດເຫັນວ່າເປັນລາງຮ້າຍເຄັດຂວງບ້ານເມືອງ
ຈະແພ້ບ້ານແພ້ເມືອງ ຈຶ່ງລົງຄວາມເຫັນກັນວ່າ ເອົາໄປໄຫຼນ້ຳເສຍ
ພະເຈົ້າຟ້າງ້ຽວຂັດຂີນເສນາອາມາດບໍ່ໄດ້ ຈຶ່ງໄດ້ສັ່ງໃຫ້ເຈົ້າຟ້າງຸ່ມ
ເຊິ່ງເປັນຣາຊະໂອຣົດພ້ອມດ້ວຍພີ່ລ້ຽງ ນາງສະໜົມ ຂ້ອຍຂ້າ ໃຊ້ແພ ໄຫຼໄປຕາມແມ່ນ້ຳຂອງ
ແພຂອງເຈົ້າຟ້າງຸ່ມໄຫຼໄປໜຶ່ງປີຈຶ່ງຮອດຫຼີຜີ ຢູ່ຫຼີຜີນັ້ນມີພະພິກຂຸຊາວຂະເໝນຕົນໜຶ່ງ
ມີນາມວ່າ ພຣະມະຫາ ປັດສະມັນ ເຖຣະ ອາໄສຢູ່ໃນວັດຄູຫາ
ບັງເອີນໄດ້ເຫັນແພຂອງພະເຈົ້າຟ້າງຸ່ມໄຫຼມາເລີຍໄດ້ໄຖ່ຖາມເຖິງເລື່ອງລາວເກົາປາຍສາຍເຫດ
ເມື່ອຊາບວ່າ ເປັນຣາຊະໂອຣົດຂອງພະເຈົ້າແຜ່ນດິນລາວລ້ານຊ້າງ
ຈຶ່ງໄດ້ໃຫ້ຄົນເອົາໄປລ້ຽງໄວ້ ພຣະອາຈານ ມະຫາປັດສະມັນ ໄດ້ທອດພະເນດພະເຈົ້າຟ້າງຸ່ມ
ໄດ້ເຫັນວ່າ ບຸກຄົນນີ້ຈະໄດ້ເປັນ ມະຫາຈກກະພັດຜູ້ຍິງໃຫຍ່ໃນພາຍພາກໜ້າ ຈຶ່ງໄດ້
ສິດສອນວິຊາອາຄົມໃຫ້ ເມື່ອພະເຈົ້າຟ້າງຸ່ມ ມີພະຊົນໄດ້ 6-7
ພັນສາຈຶ່ງເຫັນວ່າສົມຄວນທີ່ຈະເອົາໄປຖວາຍພະເຈົ້າແຜ່ນດິນຂະເໝນ ທີ່ນະຄອນຖົມ
ນະຄອນຫຼວງຂອງຂະເໝນໃນເວລານັ້ນ ໃຫ້ຖະນຸບຳລຸງ ເຝິກອົບຮົມວິສາຫານຕ່າງໆ
ເຈົ້າຟ້າງຸ່ມຢູ່ໃນພະລາຊະວັງຂອງຂະເໝນ ກໍ່ໄດ້ສຶກສາ ສິລະປະ
ວິທະຍາຍຸດເໝືອນກັບຣາຊະກຸມມານຕ່າງຂອງຂະເໝນອົງອື່ນໆ
ພະເຈົ້າແຜນດິນຂະເໝນໄດ້ເຫັນຄວາມສະຫຼາດ
ສາມາດຂອງພະເຈົ້າຟ້າງຸ່ມແລ້ວຈຶ່ງໄດ້ມອບຣາຊະທິດາ ເຊິ່ງເປັນສາວຂອງພະອົງ ມີນາມວ່າ:
ນາງແກ້ວກັນຍາ ເປັນພະເທວີ ຂອງພະເຈົ້າຟ້າງຸ່ມ ໃນເວລານັ້ນ ເປັນສະໄໝທີ່
ຣາຊາອານາຈັກຂອງຂະເໝນເລີ່ມ ເສື່ອມອຳນາດລົງ ເພາະຂະເໝນທາງລຸ່ມແມ່ນ້ຳເຈົ້າພະຍາກຳລັງຖືກ
ຂັບໄລ່ຈາກໄທທາງກຸງສີອະຍຸດທະຍາ ເພາະເຫດນັ້ນ ຣາຊາອະນາຈັກຂະເໝນສ້າງຄວາມ ຜູກສຳພັນໄມຕີ
ກັບລ້ານຊ້ານໄວ້. ເມື່ອພະຊົນອາຍຸຂອງພະເຈົ້າຟ້າງຸ່ມໄດ້ 33 ພັນສາ ເມື່ອປີ ຄ.ສ 1353
ພະເຈົ້າຟ້າງຸ່ມໄດ້ຊາບຂ່າວວ່າ:
ພະບິດາຂອງຕົນໄດ້ສະຫວັນນະຄົດ ແລະພະເຈົ້າ ຟ້າຄຳຮຽວ ເຊິ່ງຜູ້ເປັນອາວ
ໄດ້ຂຶ້ນສະເກວີຍຮາຊແທນ ທາງຝ່າຍພະເຈົ້າຟ້າງຸ່ມໄດ້ເຫັນເຫດການເຊັ່ນນັ້ນ ຈຶ່ງດຳຣິວ່າ
ໜ້າທີ່ຂຶ້ນຄອງຣາຊຕ້ອງເປັນຂອງພະອົງ ດັ່ງນັ້ນ, ຈຶ່ງໄດ້ຂໍເອົາກອງທັບຂອງຂະເໝນຂຶ້ນມາຕີເອົາແຜນດິນລາວ
ເຫດການຕ່າງໆໃນແຫຼມອິນດູຈີນໃນເວລານັ້ນໄດ້ເປັນໃຈ ອຳນວຍຄວາມສະດວກໃຫ້ແກ່ພະເຈົ້າຟ້າງຸ່ມ
ຄືສະຖານະການໃນຂະເໝນບໍ່ມີສະຖຽນລະພາບຍ້ອນວ່າປະເທດຂະເໝນກຳລັງປະສົບກັບການແຂ່ງເມືອງຈາກສຸໂຂໄທ
ແຕ່ກ່ອນມາ ສຸໂຂໄທທີ່ເປັນຫົວເມືອງຂຶ້ນຂອງຂະເໝນນັ້ນກໍ່ໄດ້ແຍກຕົວອອກຢ່າງເປັນອິດສະຫຼະຕັດຂາດຈາກຂະເໝນ
ການທີ່ສຸໂຂໄທກອບກູ້ເອກະລາດຈກຂະເໝນນັ້ນກໍ່ຍ່ອນອາໄສ ຂຸນກາງ ບາງທ່າວເຈົ້າເມືອງບາງຍາງ
ໃນປີ ຄ.ສ 1275 ເຖິງ ຄ.ສ 1282 ຂຸນຣາງກຳແພງ ເຈົ້າເມືອງສຸໂຂໄທ
ກໍ່ໄດ້ແຜ່ອະນາເຂດປະເທດໄທອອກ
ແລະໄດ້ຢຶດຫຼາຍຫົວເມືອງໃນທາງຕາເວັນອອກຕັ້ງແຕ່ເມືອງສະຫຼວງ ຄືເມືອງໜອງຫານ
ລົງໄປເຖິງເມືອງຮ້ອຍເອັດ ແລະໂຄຣາດ ຝ່າຍຂະເໝນກໍ່ມີແຕ່ອ່ອນກຳລັງລົງໄປເລື້ອຍໆ
ດ້ວຍເຫດນີ້
ພະເຈົ້າແຜ່ນດິນຂະເໝນຈຶ່ງຢ່າກມີຄວາມສຳພັນໄມຕີກັບລາວລ້ານຊ້າງໄວ້ໃຫ້ເຂັ້ມແຂງ
ເພື່ອຈະໄດ້ຕ້ານລະລານຂອງໄທບໍ່ໃຫ້ໄທຂະຫຍາຍອະນາເຂດອອກໄປອີກ ບັດນັ້ນ
ພະເຈົ້າແຜ່ນດິນຂະເໝນຈຶ່ງໄດ້ຫວັງອາໄສກຳລັງຂອງພະເຈົ້າຟ້າງຸ່ມຕ້ານທານຄວາມລະລານຂອງໄທໄວ້
ໃນປີ ຄ.ສ 1349 ພະເຈົ້າຟ້າງຸ່ມກໍ່ໄດ້ຍົກຈະຕຸຣົງຄະ ເສນາໂຍທາຫານ ເຂົ້າມາປະເທດລາວ
ທຳອິດພະອົງໄດ້ຍົກທັບເຂົ້າໄປຕີເອົາເມືອງປາກກົບ
ອັນໄດ້ແກ່ເມືອງໜຶ່ງປາກນ້ຳມູນ ດຽວນີ້ຕົກຢູ່ໃນແຂວງ ອຸບົນຂອງໄທ
ເມືອງນີ້ເປັນເມືອງດ່ານ ຊາຍແດນລະຫວ່າງລາວກັບຂະເໝນ ເມື່ອພະອົງ
ຈັດການປົກຄອງເມືອງນັ້ນໃຫ້ຮຽບຮ້ອຍແລ້ວ ກໍ່ຍົກທັບຕໍ່ມາຍັງເມືອງກະບອງ
ຄືເມືອງສີໂຄດຕະບູນ ພາຍລຸນມາ ເມືອງນີ້ໄດ້ຍ້າຍໄປຕັ້ງຢູ່ດ້ານຕາເວັນຕົກຂອງທາດພະນົມ
ແລະເອີ້ນວ່າ: ເມືອງມະຣຸກຄະນະຄອນ
ແຕ່ພາຍລຸນມາເຈົ້າສີໂຄດໄດ້ຍ້າຍຄືນມາຕັ້ງຢູ່ທີ່ເມືອງເກົ່າ ຄືເມືອງທ່າແຄກໃນທຸກວັນນີ້
ກອງທັບຂອງພະເຈົ້າຟ້າງຸ່ມນັ້ນ ເມື່ອຕີຊະນະເມືອງໄດ້ແລ້ວກໍ່ຈັດຕັ້ງການປົກຄອງໃຫ້ແໜ້າໜາເພື່ອເປັນກຳລັງໃນການບຸກໂຈມຕີເມືອງອື່ນໆອີກຕໍ່ໄປ
ຍ້ອນຄວາມເກັ່ງກ້າສາມາດຮອບດ້ານ ຄືຮູ້ຈັກພູມີປະເທດ ຮູ້ຈັກກຳລັງຂອງສັດຕູ
ຮູ້ຈັກຄົນທ້ອງຖິ່ນ ແລະຮູ້ຈັກກຳລັງຂອງຕົນ
ພະອົງຈຶ່ງສາມາດເຂົ້າຕີບ່ອນໃດຈຶ່ງຊະນະບ່ອນນັ້ນ ເມື່ອຊະນະແລ້ວກໍ່ບໍ່ໄດ້ທຳລາຍຄົນ
ບໍ່ໄດ້ທຳລາຍຊັບສົມບັດຂອງບ້ານເມືອງ ບໍ່ຄືການຊະນະສົງຄາມຂອງຄົນຕ່າງຊາດມາຮຸກຮານລາວ
ເຊິ່ງເປັນການຮຸກຮານແບບປຸນສະດົມ.
ເມື່ອພະເຈົ້າຟ້າງຸ່ມຍົກພົນໂຍທາມາເຖິງເມືອງກະບອງຄືເມືອງສີໂຄດຕະບອງຂອງທ່າແຂກໃນປະຈຸບັນ
ພະຍານັນທະເສນ ເຈົ້າເມືອງ ເມືອງກະບອງເຫັນທ່າບໍ່ດີກໍ່ໄດ້ຂຶ້ນຊ້າງລົບໜີກ່ອນ
ແຕ່ກຳລັງຂອງເຈົ້າຟ້າງຸ່ມຕາມຈັບໄດ້
ແລະສຳເລັດໂທດພະເຈົ້າຟ້າງຸ່ມຈຶ່ງໄດ້ຕັ້ງນ້ອງຊາຍຂອງພະຍານັນທະເສນໃຫ້ເປັນເຈົ້າເມືອງແທນ
ຂ່າວການບຸກໂຈມຕີຮວບຮ່ວມແຜນດິນລາວໄດ້ຍິນໄປເຖິງເມືອງມໃດພະຍາເມືອງນັ້ນກໍ່ຍ່ອມມອບເມືອງໃຫ້ແຕ່ໂດຍດີ
ຂ່າວນີ້ໄປຮອດເມືອງພວນ ຊຽງຂວາງ ພະຍາເຈັດເຈືອງເມືອງພວນ ກໍ່ໄດ້ສົ່ງສານມາຂໍອ່ອນນ້ອມ
ດັ່ງຂໍ້ຄວາມຕອນໜຶ່ງກ່າວໄວ້ວ່າ: ຜູ້ຂ້ານີ້ຫາກເປັນຫຼານ ເປັນເຫຼນ ເຊື້ອແນວຂຸນບູລົມ
ຣາຊາທິຣາດເຈົ້າ ທັງຂຸນລໍມາແຕ່ບູຮານດີຫຼີດາຍ
ເທື່ອນີ້ພະຍາຟ້າຈັກໄປພະບ້ານພະເມືອງໃດກໍ່ດີ ຂ້າຈັກແຕ່ງຣິພົນໄປຊ່ວຍ ໄປເຕີມ ສູ້ແຮງສູ້ທີ່ແລ
ສົມເດັດພະເຈົ້າຟ້າງຸ່ມໄດ້ຊາບກໍ່ຊົງພະປິຕິຍິນດີເປັນຢ່າງຍິ່ງ ບັດນັ້ນ
ພະເຈົ້າຟ້າງຸ່ມໄດ້ຊົງຕອບໄປໂດຍຫຍໍ້ວ່າ: ພີ່ນ້ອງເຮົາຍັງຄິດເຖິງເຮົາດັ່ງນັ້ນ
ກໍ່ຊອບດີແລ ອັນໜີສະແດງໃຫ້ເຫັນວ່າເຊື້ອສາຍພະວົງ ຂຸນບູລົມ
ຂຸນລໍຍັງເຄັມຂຸ້ນຢູ່ບໍ່ຈືດຈາງ ທີ່ເປັນເຊື້ອສາຍລາວ ສືບມາຈາກຂຸນບູລົມມາຢ່າງດີ ເມື່ອຊາບຢ່າງນັ້ນແລ້ວ
ພະເຈົ້າຟ້າງຸ່ມກໍ່ຕັດໃຫ້ພະເຈົ້າ
ເຈົ້າເມືອງພວນເກນກອງທັບເຂົ້າສົມທົບໄປຕີເອົາຫົວເມືອງທີ່ຕິດກັບຊາຍແດນແກ່ວຄືນມາໄດ້ 3
ຫົວເມືອງ ໃນປີ ຄ.ສ 1351 ເມື່ອພະເຈົ້າແຜ່ນດິນແກ່ວຊາບດັ່ງນັ້ນ
ກໍ່ມີຄວາມຢ້ານກົວພະເດຊະນຸພາບ ແຕ່ງບັນນາການມາຖວາຍພ້ອມກັບສົ່ງທູດມາເຈຣະຈາ ແບ່ງປັນເຂດແດນ
ແລະແບ່ງພົນລະເມືອງກັນດັ່ງນີ້:
1.
ພົນລະເມືອງທີ່ຢູ່ເຮືອນມີຮ້ານກວນມີເສົາໃຫ້ເປັນພົນລະເມອືງລາວ
2.
ເຂດແດນປະເທດລາວນັ້ນໃຫ້ນັບແຕ່ຕົ້ນຊ້ານ
3 ງ່າ ໄປເຖິງນາມ້າ 3 ແຂວ ຄືນາມ້າທີ່ແຍກອອກເປັນ 3 ແງ່ ໃນແຂວງຫົວພັນທີ່ຕິດກັບແດນແກ່ວ
3.
ຫຼັກການແບ່ງເຂດແດນໃນພາກທົ່ວໄປແຕ່ເໜືອເຖິງໃຕ້ໃຫ້ຖືເອົາຕາມສັນພູນ້ຳແບງຄືຝົນຕົກນ້ຳໄຫຼໄປສູ່ປະເທດລາວບ່ອນໃດໃຫ້ຖືເອົາບ່ອນນັ້ນເປັນເຂດແດນລາວຖ້າໄຫຼລົງໄປເມືອງແກ່ວບ່ອນໃດກໍ່ໃຫ້ບ່ອນນັ້ນເປັນດິນຂອງແກ່ວ.
ຫຼັງຈາກນັ້ນ
ພະເຈົ້າຟ້າງຸ່ມກໍ່ໄດ້ຍົກພົນຂຶ້ນໄປຕີຫົວເມືອງຕ່າງໆທາງພາກເໜືອຄື ເມືອງ ແຖນ ເມືອງໄຊ ເມືອງໄລທີ່ຕິດກັບຊາຍແດນຂອງປະເທດຈີນ
ເມື່ອຮວບຮ່ວມຕົວເມືອງທັງໝົດຢູ່ພາກເໜືອມາໄດ້ 9 ຫົວເມືອງ
ແລະໄດ້ແຕ່ງຕັ້ງເຈົ້າເມືອງຂອງເມືອງເຫຼົ່ານັ້ນຮຽບຮ້ອຍແລ້ວ
ພະອົງກໍ່ໄດ້ແຕ່ງຕັ້ງໃຫ້ບາຈິນເປັນເຈົ້າເມືອງຂວາ ຄືໃຫ້ປົກຄອງດິນແດນຝ່າຍເໜືອທັງໝົດ
ແລ້ວກໍ່ຍົກພົນລົງມາຕີເມືອງນ້ອຍ ແຕ່ຍັງບໍ່ທັນໄດຍົກທັບໄປຕີ
ເຈົ້າເມືອງນ້ອຍອ່ອນຍອມກ່ອນ ຈຶ່ງໄດ້ແຕ່ງຕັ້ງເຈົ້າເມືອງນ້ອຍເປັນເຈົ້າເມືອງກາງຢ້າວ
ຈາກນັ້ນກໍ່ຍົກທັບລົງມາທາງປາກອູ່ ແລະຕັດສັ່ງໃຫ້ຢຸດທັບຢູ່ໃນທີ່ນັ້ນ ເຊິ່ງສະແດງວ່າ
ພະອົງບໍ່ຢາກຍົກທັບເຂົ້າຂ້າຟັນລັນແທງກັນໃຫ້ເສຍເລືອດເນື້ອກັບ ພະຍາດຕິວົງ
ຝ່າຍພະຍາຄຳຮຽວ ເຊິ່ງເປັນພະເຈົ້າ ອາວໄດ້ຊາບວ່າ
ກອງທັບຂອງພະເຈົ້າຟ້າງຸ່ມຕັ້ງທີ່ໝັ້ນຢູ່ປາກອູ່ ກໍ່ໄດ້ສົ່ງພົນຮົບອອກໄປຕໍ່ສູ້
ແຕ່ອອກໄປເທື່ອໃດກໍ່ປະລາໄຊເທື່ອນັ້ນ ຊົງອອກໄປເຖິງ 3 ຄັ້ງ ແຕ່ກໍ່ປລາໄຊທຸກເທື່ອກັບມາ
ເຈົ້າຟ້າວຄຳຮຽວມີຄວາມລະອາຍ ໄພ່ພ້າປະຊາກອນ ປົງພະຊົນຕົນເອງພ້ອມມະເຫສີ ເມື່ອພະຍາຄຳຮຽວສະເັດສູ່ຣະຄົດແລ້ວ
ເສນາອາມາດກໍ່ໄດ້ພ້ອມກັນໄປເຊີນເຈົ້າຟ້າງຸ່ມເຂົ້າມາສະເຫວີຍຣາຊະສົມບັດໃນນະຄອນຊຽງທອງ
ເຈົ້າຟ້າງຸ່ມໄດ້ສະເຫວີຍຣາດ ໃນປີມະເສງ ຈຸລະສັກກະຣາດ 715 ຄ.ສ 1353 ເມື່ອພະຊົນອາຍຸໄດ້
37 ພັນສາ ເສນາອາມາດ ໄດ້ຖວາຍພະນາມວ່າ: ພະຍາຟ້າລ້າທໍລະນີສີສັດຕະນະ ຄະນະຫຸດ ຫຼັງຈາກໄດ້ສະເຫວີຍີ້າດແລ້ວກໍ່ໄດ້ຈັດແຈງການປົກຄອງບ້ານເມືອງໃຫ້ເປັນລະບຽບຮຽບຮ້ອຍ
ໃນນັ້ນໄດ້ແຕ່ງໃຫ້ຜູ້ຕິດຕາມໄປຍັງເມືອງຂະເໝນ
ຄາວເມື່ອພະອົງຖືກນິຣະເທດໃຫ້ຮັບຕຳແໜ່ງທີ່ສຳຄັນ ເຊັ່ນວ່າ: ປູ່ລ້ຽງໃຫ້ເປັນເມືອງແສນ
ຄືຕຳແໜ່ງມະຫາອຸປະຣາດດັ່ງນີ້ເປັນຕົ້ນ ສ່ວນພີ່ລ້ຽງລ້ຽງນາງສະໜົມຕ່າງໆກໍ່ໃຫ້ດຳລົງຕຳແໜ່ງຮອງລົງໄປເປັນລຳດັບ
ຫຼັງຈາກສະເຫວີຍຣາດໄດ້ 1 ປີ ຄືໃນປີ ຄ.ສ 1354 ພະອົງກໍ່ໄດ້ຍົກຣິພົນໄປຕີເມືອງຊຽງແສນ
ແລະມອບໃຫ້ພະນາງແກ້ວກັນຍາ ເຊິ່ງເປັນມະເຫສີສຳເລັດລາຊະການແທນພະອົງ.
ເຖິງແມ່ນວ່າພະເຈົ້າຟ້າງຸ່ມໄດ້ສະເຫວີຍຣາດມາໄດ້ 1 ປີ ແລ້ວກໍ່ຕາມ
ພະເຈົ້າຟ້າງຸ່ມກໍ່ຍັງເຫັນວ່າເຈົ້າເມືອງ
ເມືອງຊຽງແສນຍັງແຂງເມືອງບໍ່ຍ່ອມມາຖວາຍດອກໄມ້ເງິນ ດອກໄມ້ຄຳເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພະອົງເລີຍ
ເມື່ອນັ້ນ ພະນາງ ແກ້ວກັນຍາ ໄດ້ຕັ້ງພະຂັນໄດ້ 3 ເດືອນ ພະອົງຈຶ່ງໄດ້ແຕ່ງຕັ້ງໃຫ້ອັກຄະມະເຫສີ
ພະນາງ ແກ້ວກັນຍາ ຮັບຣາຊຊະການແທນພະອົງ ຈາກນັ້ນ ພະອົງຈຶ່ງໄດ້ອອກໄປປາບເຈົ້າເມືອງ
ເມືອງຊຽງແສນ ຕາມທາງທີ່ພະອົງຍົກທັບໄປນັ້ນ ພະອົງກໍ່ໄດ້ຢຶດເອົາຫົວເມືອງຕ່າງໆໄດ້ 4
ຫົວເມືອງ ແລະໄດ້ຕັ້ງເຈົ້າເມືອງເຫຼົ່ານັ້ນໃຫ້ເປັນເຈົ້າຄອງເມືອງ
ເມື່ອຍົກທັບເຂົ້າໄປໃກ້ຊາຍແດນເມືອງຊໜຽງແສນ ເຊິ່ງໃນຂະນະນັ້ນ ພະເຈົ້າສາມພະຍາ
ເຈົ້າຄອງເມືອງຊຽງໃໝ່ ໄດ້ໄປປະທັບຢູ່ໃນເມືອງນັ້ນ
ຈຶ່ງໄດ້ຈຶ່ງໄດ້ສົ່ງພະຍາເມືອງແສນຍົກພົນໂຍທາ 4 ແສນຄົນ ອອກມາຕ້ານໄວ້
ແຕ່ພະເຈົ້າຟ້າງຸ່ມໄດ້ສົ່ງບາກິນ ເຈົ້າເມືອງຂວາ ແມ່ທັບຂອງພະອົງອອກຕໍ່ສູ້
ບາກິນໄດ້ຟັນຄໍ ພະຍາເມືອງແສນຕາຍເຖິງຄໍຊ້າງຢູ່ໃນສະໜາມຮົບ ແລະໄພ່ພົນກໍ່ແຕກທັບໜີໄປ ພະເຈົ້າສາມພະຍາເຫັນທີ່ຈະສູ້ບໍ່ໄດ້ກໍ່ສົ່ງທູດຂໍມາອ່ອນຍອມຂໍເປັນເມືອງຊ່ວຍ
ອັນນີ້ສະແດງວ່າ ພະອົງໄປຕີເມືອງຊຽງແສນ ແຕ່ໄດນະຄອນຊຽງໃໝ່ນຳດ້ວຍ
ການຍົກທັບໄປຕີຫົວເມືອງພາຍເໜືອ 4 ຫົວເມືອງໃນຄັ້ງນີ້ ໃຊ້ເວລາ 2ປີ
ຈຶ່ງສະເດັດກັບຄືນສູ່ພະນະຄອນ ເວລານັ້ນ ພະມະເຫສີຂອງພະອົງກໍ່ປະສູດພະໂອຣົດແລ້ວ
ເສນາອາມາດໄດ້ຖວາຍພະນາມວ່າ: ພະເຈົ້າອຸ່ນເຮືອນ.
ໃນປີ ຄ.ສ 1356 ພະເຈົ້າຟ້າງຸ່ມໄດ້ຍົກທັບຫຼວງລົງມາຕີວຽງຈັນ ພະອົງຊົງ
ແຕ່ງໃຫ້ບາໂບກັບບາຈີແຂ້ເປັນທັບໜ້າ
ມາຕັ້ງທີ່ໝັ້ນຢູ່ເມືອງດ້ານຊ້າຍເຊິ່ງໃນເວລານີ້ໄດ້ຕົກເປັນຂອງໄທ
ພະອົງຊົງແຕ່ງໃຫ້ບາໂບເປັນພະຍາເມືອງຊ້າຍໃນຖານະເປັນຜູ້ເກັ່ງກ້າສາມາດເຂົ້າຢຶດເອົາເມືອງດ້ານຊ້າຍຈາກເຈົ້າເມືອງທ້າວສີໄຄເຈົ້າເມືອງດ້ານຊ້າຍໄດ້
ຈາກນັ້ນພະອົງຈຶ່ງໄດ້ຍົກທັບລົງມາເມືອງວຽງຈັນແລະຕັ້ງທີ່ໝັ້ນຢູ່ທ່ານາເໜືອ ຄືບ້ານສີໄຄ
ຊານເມືອງດ້ານເໜືອໃນນະຄອນວຽງຈັນໃນຂະນະນີ້ ໃນສະໄໝນັ້ນ
ທ້າວຊຽງມຸງເປັນເຈົ້ງຄອງນະຄອນວຽງຈັນ ສ່ວນພະຍາເພົາ ບຸດທ້າວຊຽງມຸງເປັນເຈົ້າເມືອງ
ເມືອງວຽງຄຳ ເມື່ອທ້າວຊຽງມຸງຊາບວ່າ
ພະເຈົ້າຟ້າງຸ່ມໄດ້ຍົກທັບມາຢຽບຢຳດິນແດນກໍ່ເກນໂຍທາຫານ ເຊິ່ງປະກອບດ້ວຍກຳລັງພົນ
2ໝື່ນຄົນ ຊ້າງ 5ຮ້ອຍໂຕ ອອກສູ້ຮົບ ສົມເດັດພະເຈົ້າຟ້າງຸ່ມ ຊົງຂີ່ພະຍາຊ້າງເຟືອກຊື່ວ່າ
ສີ່ຮົມຊຽງທອງ ພະຍາແມືອງແສນ ບາໂບຂີ່ຊ້າງແພ້ວຈັກກະວານ
ບາຈີແຂ້ຂີ່ຊ້າງຂວນລ່ວງຟ້າອອກຮົບກັບທີ່ຖິ່ນຈຳປາ ບາຈີແຂ້ໃຊ້ຊ້າງເຂົ້າຊົນທ້າວຊຽງມຸງ
ແລະຟັນເຈົ້າຊຽງມຸງຕາຍກັບຄໍຊ້າງ ພະຍາເພົາເຫັນທ່າຈະສູ້ບໍ່ໄດ້ກໍ່ເລີຍຖອຍທັບ
ພະເຈົ້າຟ້າງຸ່ມຈຶ່ງໄດ້ຍົກທັບເຂົ້ານະຄອນວຽງຈັນສ່ວນພະຍາເພົາກໍຖອຍທັບກັບຄືນສູ່ວຽງຄຳ
ບັດນັ້ນ ພະເຈົ້າຟ້າງຸ່ມໄດ້ຕັດສັ່ງໃຫ້ ບາຈິນ ບາສຽມ ແລະບາຈີແຂ້ຍົກທັບໄປຕີເອົາຫົວເມືອງວຽງຄຳແຕ່ເຂົ້າບໍ່ໄດ້ຍ້ອນວ່າເມືອງວຽງຄຳມີກໍໄຜ່ໜາມເປັນກຳແພງລ້ອມໄວ້ຢ່າງໜາແໜ້ນ
ເມື່ອພະເຈົ້າຟ້າງຸ່ມໄດ້ຍິນເຊັ່ນນັ້ນ
ຈຶ່ງຕັດສັ່ງໃຫ້ນາຍພະຄັງເອົາຄຳມາຕີເປັນຈຽງໜ້າຍິງເຂົ້າໃສ່ກໍ້ໄຜ່ຕະຫຼອດ 3 ວັນ
ແລ້ວດໍ່ສັ່ງໃຫ້ຖອຍທັບ ບັດນັ້ນພະເຈົ້າຟ້າງຸ່ມກໍ່ຈັດບຳລຸງພົນ ລະດົມພົນຊ້າງຂ້າມຂອງໄປຕີເມືອງແກ່ນທ້າວແລ້ວບຸກຕີຂືບໜ້າໄປຕີເອົາເມືອງນະຄອນໄທຕິດກັບເຂດແດນກຸງສີອະຍຸດທະຍາຂອງໄທ
ພະອົງຊົງແຕ່ງໃຫ້ບາຈີແຂ້ເປັນໝື່ນແກ່ປົກຄອງເມືອງນະຄອນໄທ
ອັນເປັນເມືອງຄອບດ່ານຕິດຕໍ່ກັບກຸງງສີອະຍຸດທະຍາເມື່ອຈັດຕັ້ງການປົກຄອງຮຽບຮ້ອຍແລ້ວກໍສະເດັດຕ່າວມາຍັງວຽງຈັນ.
ສ່ວນຊາວເມືອງວຽງຄໍາເມື່ອເຫັນວ່າ
ຖອຍໜີແລ້ວກໍ່ອອກມາຫາກິນ
ແລະພົບເຫັນຈຽງໜ້າຄຳຢູ່ໃນກໍໄຜ່ໜາມພວກເຂົາເຈົ້າແຕກຕື່ນເມືອ່ເຫັນຄຳກໍ່ພາກັນຖາງກໍ້ໄຜ່ຈົນໝົດເພື່ອຊອກເອົາຈຽງໜ້າຄຳ
ເມື່ອພະເຈົ້າຟ້າງຸ່ມຊົງຊາບເຊັ່ນນັ້ນ ກໍ່ຍົກຣິພົນເອົາເມືອງວຽງຄຳໂດຍ ເອົາໄຟຈູດກໍ້ໄຜ່
ຊາວເມືອງບໍ່ສາມາດອອກຕໍ່ສູ້ໄດ້ສົມເດັດພະເຈົ້າຟ້າງຸ່ມກໍ່ຍົກພົນໄປຕີເອົາເມືອງໄດ້ຢ່າງງ່າຍດາຍ.
ເມື່ອພະອົງຍົກທັບໄປຕີເມືອງວຽງຄຳໄດ້ສຳເລັດແລ້ວກໍສະເດັດຕ່າວມາຍັງນະຄອນວຽງຈັນ
ແລະກໍໄດ້ສະຫລອງຊະນະຢ່າງຍິງໃຫຍ່ເພື່ອໃຫ້ກຳລັງໃນ ນາຍ ແລະພົນທະຫານ. ຫຼັງຈາກຕີເອົາຫົວເມືອງວຽງຈັນ ແລະເມືອງວຽງຄຳສຳເລັດແລ້ວ
ພະອົງຕ້ອງໄດ້ຈັດການປົກຄອງໃຫ້ແໜ້ນໜາຢູ່ໃນເຂດວຽງຄຳ , ວຽງຈັນ
ຄືພະອົງຊົງແຕ່ງຕັ້ງໃຫ້ບາຄຸ້ມເປັນໝື່ນຈັນປົກຄອງວຽງຈັນ
ຄໍາວ່າໝື່ນເປັນນາມມະຍົດຊັ້ນເຈົ້າພະຍາ ຫຼື ນາຍພົນ ທີ່ຄຸມກຳລັງພົນ 1 ໝື່ນ
ຊົງແຕ່ງຕັ້ງ ບາສຽມໃຫ້ເປັນໝື່ນກະບອງປົຫຄອງຫົວເມືອງຝ່າຍໃຕ້ ນັບແຕ່ ເມືອງພະນາມຮຸ່ງ
ຊຽງສາ ຄືຕັ້ງແຕ່ເມືອງປາກຊັນໃນປະຈຸບັນລົງໄປເຖິງແດນຈາມປະເທດກຳປູເຈຍ ເມື່ອຈັດການ
ການປົກຄອງຮຽບຮ້ອຍແລ້ວ ພະອົງຕັດສັ່ງພະຍາເມືອງຂວາ
ນຳເອົາພວກທີ່ເປັນສາຂາຣາຊະບໍລິວານເກົ່າຂອງພະອົງ 1 ໝື່ນຄອບຄົວ ທີ່ກະແຕພາແຕກ
ຄືໜອງຄັນແຖເຊື້ອນ້ຳ ຕາມທີ່ກ່າວໄວ້ໃນໜັງສື ອຸລັງຄະທາດ ການສ້າດພະທາດພະນົມ ໃຫ້ນໍາເອົາໄປຕັ້ງຖິ່ນຖານ
ທຳມາຫາກິນ ຢູ່ໃນເຂດໜອງຫານນ້ອຍ , ໜອງຫານຫຼວງ ແລະເອົາໄວ້ ເຂດພູວານຕ່າວ
ໃນຈັງວັດກາລະສິນ ຕົກຢູ່ໃນດິນແດນໄທໃນປະຈຸບັນນີ້ ເມື່ອຈັດແຈງການປົກຄອງຮຽບຮ້ອຍແລ້ວ
ພະອົງກໍ່ຍົກພົນໂຍທາຫານ ລົງໄປຕີເອົາເມືອງຮ້ອຍເອັດ ເມືອງໜອງຫານ ແລະເມືອງຮ້ອຍເອັດເປັນເມືອງຂຶ້ນຂອງກຳປູເຈຍທັງໝົດ
ແລະຕໍ່ມາໃນສະໄໝຂຸນຣາມກຳແພງ ຄືລະຫວ່າງ ປີ ຄ.ສ 1284
ໃນສະໄໝທີ່ຂຸນຣາມກໍາແພງໝົດອຳນາດລົງ ພະເຈົ້າ ອູທອງຈຶ່ງໄດ້ຕັ້ງເມືອງສີອະຍຸດທະຍາຂຶ້ນ
ໃນ ປີ ຄ.ສ 1350 ກ່ອນພະເຈົ້າຟ້າງຸ່ມຂຶ້ນສະເຫວີຍຣາດ ພຽງ 3 ປີ.
ແຂວງເມືອງຮ້ອຍເອັດຈຶ່ງໄດ້ຕົກຢູ່ພາຍໃຕ້ການປົກຄອງຂອງໄທສະຫຍາມ, ເມື່ອພະເຈົ້າຟ້າງຸຸ່ມຂຶ້ນສະເຫວີຍຣາດແລ້ວ ຈຶ່ງໄດ້ຍົກກຳລັງເອົາໄປຕີເມືອງຮ້ອຍເອັດຄືນມາຢູ່ພາຍໃຕ້ການປົກຄອງຂອງລາວ
ຫຼັງຈາກນັ້ນພະອົງ ກໍ່ບຸກຕີເອົາຫົວເມືອງຕ່າງໃນເຂດນັ້ນ ທັງໝົດ 8 ຫົວເມືອງດ້ວຍກັນ
ໃນຂະນະທີ່ພະອົງຕີຫົວເມືອງໃດຊະນະແລ້ວກໍຈັບເຈົ້າເມືອງຕ່າງໆເຫຼົ່ານັ້ນໄວ້
ຫົວເມືອງເຫຼົ່ານັ້ນປະກອບດ້ວຍ ຮ້ອຍເອັດ,ສຸຣິນ,ບູຣີຣຳ,ສີສະເກດ ແລະອື່ນໆ
ໃນປະເທດໄທປະຈຸບັນ.
ເມື່ອປາບຫົວເມືອງຕ່າງໆໄດ້ແລ້ວກໍ່ປະທັບຢັບຢັ້ງຢູ່ເພື່ອບຳລຸງພົນໃຫ້ເຂັ້ມແຂງຂຶ້ນ
ເພາະມີແຜນຈະບຸກໂຈມຕີກຸງສີ ອະຍຸດທະຍາຕໍ່ໄປ
ແຜນຂອງພະອົງໃນຄັ້ງນີ້ ແທນທີ່ຈະບຸກເຂົ້າໄປຕີກຸງສີອະຍຸດທະຍາໂລດ
ແຕ່ພະອົງພັດສົ່ງຣາຊະສານໄປຫາພະຣາມາ ທິບໍດີອູທອງພະເຈົ້າແຜ່ນດິນຂອງກຸງສີອະຍຸດທະຍາວ່າ:
ຈະຣົບ ຫຣືວ່າ ສິ່ງໃດນັ້ນຈຣາ ພະຣາມາທິບໍດີອູທອງ ໄດ້ຊາບພະຣາຊະສານດັ່ງນັ້ນ
ກໍ່ມີຄວາມຢ້ານກົວແສນຍານນຸພາບຂອງພະເຈົ້າຟ້າງຸ່ມເປັນຢ່າງຍິ່ງ ຈຶ່ງໄດ້ຕອບພະຣາຊະສານຄືນໄປວ່າ
ເຮົາຫາກເປັນພີ່ນ້ອງກັນມາ ແຕ່ຂຸນບູລົມພຸ້ນດາຍ ຄັນເຈົ້າພະຍາຢາກໄດ້ບ້ານ ຢາກໄດ້ເມືອງ
ກໍ່ໃຫ້ເອົາແຕ່ເຂດແດນດົງພະຍາໄຟຂຶ້ນເມືອເທົາເຖິງພູພະຍາພໍ່
ແລະແດນນະຄອນໄທເປັນເຈົ້າທ້ອນ ອັນໜຶ່ງຂ້ອຍຈັກສົ່ງນ້ຳອ້ອຍ ນ້ຳຕານສຸກດີ
ອັນໜຶ່ງລູກຍິງຂ້າຊື່ນາງແກ້ວລອດຟ້າໃຫຍ່ມາແລ້ວຈັກສົ່ງເມືອໃຫ້ປັດເຊື່ອປູໝອນແກ່ເຈົ້າຟ້າແລ
ດັ່ງນີ້ແລ້ວທາງພະເຈົ້າກຸງສີອະຍຸດທະຍາຈຶ່ງແຕ່ງຣາຊະບັນນາການມາຖວາຍຄືຊ້າງຜາຍ 51ໂຕ
ຊ້າງຜັງ 50ໂຕ ຄຳ 2ໝື່ນ ເງິນ2ໝື່ນ ໜໍ 1ແສນໜ່ວຍ
ພ້ອມທັງເຄື່ງບັນນາການອື່ນໆອີກຢ່າງລະຮ້ອຍ
ພະເຈົ້າຟ້າງຸຸ່ມຈຶ່ງບໍ່ສະເດັດລົງໄປຕີກຸງສີອະຍຸດທະຍາ ດ້ວຍເຫດດັ່ງກ່າວນີ້
ເຂດນ້ຳແດນດິນຂອງລາຊາອານາຈັກລາວລ້ານຊ້າງ ທິດຕາເວັນຕົກຈຶ່ງໄປເຖິງແດນດົງໃຫຍ່ພະຍາໄຟ
ອັນມີພູເຂົາໃຫຍ່ 3ໜ່ວຍເປັນເຂດ ຕິດກັບແຂວງ ສະຣະບູຣີ. ຫລັງຈາກທີ່ພະອົງໄດ້ຮັບຄຳຕອບຈາກພະຍາ
ຂອງກຸງສີອະຍຸດທະຍາແລ້ວ ພະອົງກໍ່ຍົກທັບກັບສູ່ນະຄອນວຽງຈັນ ເພື່ອຈະທຳພິທີ ປະທຳມະກຳ
ປະຫານຊີວິດເຈົ້າເມືອງທັງໝົດທີ່ຈັບໄວ້ໄດ້ ໃຫ້ເປັນການສະຫຼອງໄຊຊະນະ
ເພື່ອເປັນການອະພິເສກ ພະເຈົ້າແຜ່ນດິນ ຫຼັກຈາກທີ່ໄດ້ປາບພວກຂ້າເສິກ ຂ່າວດັ່ງກ່າວນີ້ໄດ້ຊ່າລືໄປຮອດພຣະ
ມະຫາປັດສະມັນ ເຖຣະ ຕົນເປັນອາຈານຂອງພະເຈົ້າຟ້າງຸ່ມ ພຣະມະຫາ ປັດສະມັນເຖຣະ
ຈຶ່ງໄດ້ຂໍບິນທະບາດ ຊີວິດເຈົ້າເມືອງເຫຼົ່ານັ້ນໄວ້
ພະເຈົ້າຟ້າງຸ່ມຈຶ່ງປະທານຊີວິດໃຫ້ແກ່ເຂົາເຈົ້າຕາມຄຳຂໍຮ້ອງຂອງພຣະອາຈານ ບັດນັ້ນ
ພະອົງຊົງປະທານຄຳໂອວາດສັ່ງສອນພວກເຈົ້າເມືອງເຫຼົ່ານັ້ນໃຫ້ຕັ້ງຢູ່ໃນສິນທຳປົກຄອງບ້ານເມືອງຕາມຮີດຕາມຄອງ
ອັນເປັນກົດໝາຍການປົກຄອງບ້ານເມືອງໃນສະໄໝນັ້ນ.
ຫຼັງຈາກນັ້ນ ພວກເສນາອາມາດຣາຊະມົນຕີທັງຫຼາຍ
ຈຶ່ງໄດ້ພ້ອມກັນເຮັດມະຫາມຸງຄຸນໄຊຍະພິເສກ ຖວາຍພະນາມພະເຈົ້າຟ້າງຸ່ມວ່າ
ພະຍາຟ້າລ້າທໍລະນີພະມະຫາຣາດ ແລະທຳການສະຫຼອງເປັນເວລາ 7ມື້ 7ຄືນ ມີການຂ້າຊ້າງ 10ໂຕ
ງົວ 100ໂຕ ແລະຄວາຍ 200ໂຕເພື່ອລ້ຽງໄພ່ພົນ ແລະມີພະຣາຊະໂອວາດຂອງພະເຈົ້າຟ້າງຸ່ມ
ມີເນື້ອໃນໃຈຄວາຍວ່າ:
1.
ໃຫ້ຮັກສາບ້ານເມືອງຢ່າໃຫ້ມີໂຈນຂະໂມຍ
ໃຫ້ພິຈານລະນາຖ້ວນຖີ່ຕາມໂທດກຳ ໂທດໜັກໃຫ້ຂ້າ ສົມບັດເກີດມີໃນແຜ່ນດິນກໍຍ້ອນປະຊາຊົນ
ປຊາຣາຊະດອນ.
2.
ຢ່າໃຫ້ຂ້າຟັນລັນແທງກັນ
ໃຫ້ຮັກສາເຂດນ້ຳແດນດິນ
3.
ສອງເດືອນໃດ
ໃຫ້ໃຊ້ຄົນຂຶ້ນໄປເມືອງຊຽງດົງຊຽງທອງ ບູຊາຟ້າແທນ ທຸກເດືອນຈຽງໃຫ້ຂຶ້ນໄປເມືອງຊຽງທອງ ໃຫ້ເຖິງຊຽງທອງໃນເດືອນ
3 ເພື່ອສະແດງຄວາມຈົ່ງຮັກພັກດີຕໍ່ພະອົງ.
ຊົນຊາດອ້າຍລາວມີປະຫວັດການນັບຖືພຸດທະສາສະໜາມາຕັ້ງແຕ່ສະໄໝ
ຂຸນລີເໝົາ ເຈົ້ານະຄອນງາຍລາວ ເມື່ອປີ ຄ.ສ 69 , ພ.ສ 612,
ພຸດທະສາສະໜາທີ່ຊົນຊາດອ້າຍລາວໄດ້ນັບຖືໃນສະໄໝນັ້ນ ແມ່ນພຸດທະສາສະໜານິກາຍມະຫາຍານ
ເຊິ່ງເປັນນິກາຍໜຶ່ງຄູ່ກັບ ນິກາຍເຖຣະວາດ
ເມື່ອຊົນຊາດອ້າຍລາວລົງຍ້າຍມາຕັ້ງຢູ່ນານ້ອຍອອຍໜູ ເມືອງແຖນ
ອ້າຍລາວກໍຍັງນັບຖືພຸດທະສາສະໜາສືຕໍ່ກັນມາ ແຕ່ກໍຍັງບໍ່ລະໃນການນັບຖື ແຖນຟ້າ
ນັບຖືວິນຍານບັນພະບຸລຸດ ເຊິ່ງເຮົາເອີ້ນວ່າ: ຜີພໍ່ ຜີແມ່
ເພາະການນັບຖືຜີບໍ່ຂັດກັບຄຳສັ່ງສອນໃນພຸດທະສາສະໜາ ດັ່ງນັ້ນ ຊົນຊາດອ້າຍລາວ
ຈຶ່ງໄດ້ນັບຖືຜີຟ້າ ຜີແຖນຄຽງຄູ່ກັນມາກັບພຸດທະສາສະໜາ
ເມື່ອຄົນລາວແຕກລົງມາຢູ່ປະເທດລ້ານຊ້າງ
ອ້າຍລາວກໍ່ຍັງນັບຖືພຸດທະສາສະໜາດັ້ງເດີມຂອງຕົນນັ້ນຢູ່
ການທີ່ລາວໄດ້ນຳເອົາພຸດທະສາສະໜາມາແຕ່ຂະເໝນນັ້ນ ບໍ່ໄດ້ໝາຍຄວາມວ່າ
ລາວໄດ້ເລີ່ມນັບຖືພຸດທະສາສະໜາໃນສະໄໝຂອງພະເຈົ້າຟ້າງຸ່ມ
ເລື່ອງການຮັບເອົາສາສະໜາມາເຜີຍແຜ່ໃນຣາຊາອານາຈັກລາວລ້ານຊ້າງ
ເຮົາຈະເຫັນໄດ້ຈາກຫຼັກຖານໜຶ່ງທີ່ວ່າ ພະນາງ ແກ້ວກັນຍາ ເຊິ່ງເຄີຍນັບຖື
ພຸດທະສາສະໜານິກາຍເຖຣະວາດແບບລັງກາວົງມາແລ້ວ ກໍ່ຢາກຈະນຳເອົາພຸດທະສາສະໜາ
ທີ່ຕົນມີຄວາມຄຸ້ນເຄີຍມາເຜີຍແຜ່ ອີກຢ່າງພະນາງໄດ້ເຫັນພວກໄພພ້າຣາຊະດອນຂອງຕົນໄດ້ນັບຖືຜີຟ້າຜີແຖນ
ໄດ້ມີການບວງສວງຕົ້ນໄມ້ໃບຫຍ້າ ພະນາງເກີດມີຄວາມຢ້ານກົວ
ຈຶ່ງໄດ້ໄປເຂົ້າເຝົ້າພະສາມີຂໍໃຫ້ໄປນຳເອົາພຸດທະສາສະໜາມາປະດິດສະຖານໃນປະເທດລາວ
ເພື່ອພະນາງຈະໄດ້ປະຕິບັດ ຮັກສາສິນ ກິນທານ ພະເຈົ້າຟ້າງຸ່ມຊົງຊາບດັ່ງນັ້ນ
ກໍ່ມີຄວາມປິຕິຍິນດີ ຈຶ່ງຈັບແຕ່ງຂ້າຣາຊະການເຊີນພະຣາຊະສານ
ແລະເຄື່ອງມຸງຄຸນບັນນາການມີເງິນ 3ແສນ ຄຳ 3ໝື່ນ ແລະແກ້ວນ້ຳຂັງ
ແກ້ວຈອກເພັດອັນລ້ໍາຄ່າລົງໄປຖວາຍພະເຈົ້ານະຄອນຫຼວງ ອັນເປັນພໍ່ເຖົ້າ
ເພື່ອຂໍເອົາພຣະພຸດທະສາສະໜາມາເຜີຍແຜ່ໃນປະເທດລາວ
ພະເຈົ້ານະຄອນຫຼວງໄດ້ຮັບພະຣາຊະສານແລ້ວ ຈຶ່ງນິມົນເອົາ ພຣະມະຫາ ປັດສະມັນຕະ ເຖຣະເຈົ້າ
, ພຣະມະຫາເທບລັກກາ ແລະພຣະພິກຂຸອີກ 20ຕົນ ພ້ອມທັງນັກປາດຜູ້ຮຽນຈົບພະໄຕຣປິດົກອີກ
3ຄົນຄື: ນໍຣະສິງ , ນໍຣະເດດ ແລະນໍຣະສາດ
ໃຫ້ນຳເອົາພຸດທະສາສະໜາຂຶ້ນມາປະດິດສະຖານໃນປະເທດລາວ ພ້ອມກັນນັ້ນ
ພະອົງກໍ່ໄດ້ພະຣາຊະທານພຣະພຸດທະຮູບ ປັນຈະໂລຫະ ໝາຍຄວາມວ່າ: ຫຼໍ່ດ້ວຍໂລກະ 5 ຊະນິດ ອັງໜຶ່ງນາມວ່າ
ພະບາງ ໃຫ້ເປັນທີ່ສັກກາລະບູຊາ ພ້ອມດ້ວຍຄຳພີພະໄຕຣປິດົກ ແລະໜໍ່ໍ່ຕົ້ນພະສີມະຫາໂພ.
ນອກຈາກນັ້ນ, ຍັງນຳພວກຊ່າງຕ່າງໆເປັນຈຳນວນຫຼວງຫຼາຍ ເຊັ່ນ:
ຊ່າງຫຼໍ່ພີຣະພຸດທະຮູບ,ຊ່າງຕີເຫຼັກ,ຊ່າງຕີເງິນ,ຊ່າງຕີຄຳ
ພ້ອມທັງທຳເຄື່ອງດົນຕຣີຕ່າງໆອີກຢ່າງຄົບຖ້ວນ.
ໃນປີ ຄ.ສ 1359 ພຣະ ມະຫາປະສະມັນເຖຣະເຈົ້າ
ພ້ອມດ້ວຍບໍລິວານໂຍມອຸປະຖາກກໍຍົກອອກຈາກເມືອງຫຼວງຂຶ້ນມາໂດຍລຳດັບ
ພໍເດີນທາງມາຮອດເມືອງແກ ຄືອຳເພີ ນາແກທີ່ຕົກຢູ່ໃນປະເທດໄທປະຈຸບັນ
ຝ່າຍສົມເດັດພະເຈົ້າຟ້າງຸ່ມຊົງຊາບວ່າ ພຣະປະສະມັນຕະ
ເຖຣະເຈົ້າໄດ້ເດີນທາງມາເຖິງເມືອງແກແລ້ວ ກໍຊົງແຕ່ງໃຫ້ເສນາອາມາດລົງມາຕ້ອນຮັບ
ແລະນິມົນພຣະຫາເຖຣະພ້ອມດ້ວຍບໍລິວານແຫ່ຂຶ້ນມາຕາມລຳແມ່ນນ້ຳຂອງເມື່ອຂຶ້ນມາເຖິງວຽງຈັນ
ໝື່ນຈານເຈົ້າເມືອງວຽງຈັນກໍຖວາຍການຕ້ອນຮັບໂດຍພາປະຊາຊົນຊາວເມືອງອອກໄປຕ້ອນຮັບທີ່ຫາດດອນຈັນ
ແລະພາກັນທຳສັກກະລະບູຊາຄົບງັນກັນຢູ່ 3ມື້ 3ຄືນ ເມື່ອຄົບ 3ຄືນແລ້ວ ພຣະປະສະມັນ
ເຖຣະເຈົ້າ ຈຶ່ງໃຫ້ອັນເຊີນພຣະບາງເຈົ້າຕໍ່ໄປຍັງເມືອງວຽງຄຳ
ເຈົ້າເມືອງວຽງຄຳກໍໄດ້ນິມົນພຣະມະຫາປະສະມັນເຂົ້າໄປພັກເຊົາໃນເມືອງວຽງຄຳ
ແລະພາກັນສະເຫຼີມສະຫຼອງເປັນເວລາ 3ມື້ 3ຄືນເຊັ່ນກັນ
ເມື່ອປະຊາຊົນຊາວເມືອງວຽງຄຳໄດ້ຖວາຍການຕ້ອນຮັບພະບາງ ພ້ອມດ້ວຍພະສົມມະນະທູດ
ແລະປະຊາຊົນຊາວຂະເໝນທີ່ພະເຈົ້າແຜ່ນດິນຂະເໝນສົ່ງຂຶ້ນມາພ້ອມກັບພະມະຫາປະສະມັນໄດ້ຄົບງັນກັນຢູ່ເປັນເວລາ
3ມື້ 3ຄືນ ຕາມກຳນົດແລ້ວ
ກໍ່ຈະດຳເນີນຕໍ່ໄປຍັງເມືອງວຽງທອງການຂົນສົ່ງໃນສະໄໝນັ້ນຕ້ອງໃຊ້ແຮງຄົນເປັນສ່ວນໃຫຍ່
ການອັນເຊີນພະບາງມາແຕ່ຂະເໝນນັ້ນແມ່ນໃຊ້ຄົນ 8ຄົນ
ແຕ່ວ່າໃນວັນທີ່ຈະຍ້າຍໄປອອກຈາກເມືອງວຽງຄຳ ຄົນ 8ຄົນທີ່ເຄີຍໃຊ້ຫາມມານັ້ນເມື່ອນິມົນເອົາພະບາງຂຶ້ນສູ່ຄານເປັນທີ່ຮຽບຮ້ອຍແລ້ວ
ພໍເຂົາຈະໄປຍົກຂຶ້ນຫາມກໍຮູ້ສຶກວ່າພະບາງມີຄວາມໜັກເປັນພິເສດຈົນບໍ່ສາມາດຍົກຂຶ້ນໄດ້
ເມື່ອເປັນເຊັ່ນນັ້ນຈຶ່ງໄດ້ເພີ່ມຄົນຂຶ້ນອີກສອງເທົ່າຄືເອົາເຂົ້າຕ່ມອີກ 8ຄົນເປັນ
16ຄົນ ກໍ່ຍັງຍົກບໍ່ຂຶ້ນຄືເກົ່າ ພຣະມະຫາປະສະມັນ ເຖຣະໄດ້ເພີ່ມຄົນເຂົ້າອີກເລື້ອຍໆ
ຈົນເຖິງ 24ຄົນ ແຕ່ກໍ່ຍັງຍົກບໍ່ຂຶ້ນ ນັກປາດ
3ຄົນທີ່ຮັກສາພະບາງເມື່ອເຫັນຄວາມອັດສະຈັນດັ່ງນັ້ນຈຶ່ງມີການຈັບສະຫຼາກສ່ຽງທວາຍເບິ່ງ ໃນໃບສະຫຼາກຫຼາຍທີ່ຂຽນລົງໄປໃຫ້ຈັບນັ້ນ
ມີການຂຽນລົງຕ່າງໆນາໆ
ວ່າຈະເຮັດແນວໃດເພື່ອແກ້ບັນຫານີ້ ແຕ່ວ່າໃນໃບທີ່ຈົກຂຶ້ນມາໄໄດ້ນັ້ນບອກວ່າ:
ເທບພະເຈົ້າຜູ້ຮັກສາພະບາງມີຄວາມປະສົງຈະໃຫ້ພະບາງປະດິດສະຖານຢູ່ທີ່ເມືອງວຽງຄຳນີ້
ເມື່ອພຣະ ປະສະມັນ ເຖຣະ ເຈົ້າຊົງຊາບຄວາມເຈຕະນາຣົມຂອງເທບພະເຈົ້າເຊັ່ນນັ້ນ
ກໍໄດ້ມອບໝາຍພະບາງໃຫ້ເຈົ້າເມືອງ
ເມືອງວຽງຄຳຮັກສາໄວ້ເພື່ອໃຫ້ຊາວເມືອງໄດ້ສັກະລະບູຊາຕາມເຈຕະນາຂອງເທບພະເຈົ້າ
ສ່ວນພະມະຫາ ເຖຣະ
ພ້ອມດ້ວຍບໍລິວານກໍໄດ້ຂຶ້ນໄປຍັງເມືອງວຽງທອງເພື່ອໄປຖວາຍພະພອນພະເຈົ້າຟ້າງຸ່ມໃຫ້ຊົງຊາບເຖິງເຫດການທີ່ເກີດຂຶ້ນນັ້ນ
ພະເຈົ້າຟ້າງຸ່ມພ້ອມດ້ວຍ ອັກຄະມະເຫສີ ຈຶ່ງໄດ້ນິມົນ ພຣະມະຫາ ປະສະມັນ
ໄປຕັ້ງອາຮາມຢູ່ເໜືອປາກຫ້ວຍໂຮບ ແລະຄະນານາມວ່າ: ວັດປະສະມັນ ຈົນເຖິງເທົ່າທຸກວັນນີ້
ພຣະ ມະຫາປະສະມັນໄດ້ປະກອບພາລະກິດເຜີຍແຜ່ພຸດທະສາສະໜາຕາມລັດຖິ
ແບບລັງກາວົງຄືນິກາຍເຖຣະວາດຕາມທີ່ຊາວລາວໄດ້ນັບຖືຢູ່ເທົ່າທຸກວັນນີ້ໃຫ້ຈະເລີນກວ້າງຂວາງອອກທົ່ວຣາຊະອານາຈັກ
ແຕ່ພ້ອມດຽວກັນນັ້ນ
ພະພຸດທະສາສະໜາທີ່ລາວເຮົານັບຖືມາສືບຕໍ່ຕາມຮີດຄອງປະເພນີທີ່ເຄີຍປະຕິບັດມາ ສ່ວນໜໍ່ຕົ້ນພະສີມະຫາໂພນັ້ນກໍ່ຊົງພະກະລຸນາໃຫ້ປູກໄວ້ໃນພະອາຮາມຄືໃນວັດປະສະມັນນັ້ນເອງ.
ສົມເດັດພະເຈົ້າຟ້າງຸ່ມສະເຫວີຍຣາຊະສົມບັດຢູ່ໃນນະຄອນຊຽງທອງ ເຖິງປີ ຄ.ສ 1371
ມີພະຣາຊະໂອຣົດ ຣາຊະທິດາ ປະສູດຈາກພະອັກຄະມະເຫສີ ແກ້ວກັນຍາ 3ພະອົງຄື: ທ້າວອຸນເຮືອນ,
ທ້າວຄຳກອງ ແລະພະນາງເຈົ້າ ແກ້ວເກດເກສີ.
ພະນາງແກ້ວກັນຍາ ພະອັກຄະມະເຫສີສະເດັດສຸຣະຄົດ ໃນປີ ຄ.ສ 1368 ນັບແຕ່ບັດນັ້ນມາການປົກຄອງຣາຊາອານາຈັກຂອງພະເຈົ້າຟ້າງຸ່ມກໍ່ບໍ່ຄ່ອຍຈະມີຄວາມສະດວກສະບາຍ
ການປົກຄອງພາຍໃນພະຣາຊະວັງ ແລະໃນພະຣານະຄອນກໍ່ບໍ່ຄ່ອຍຈະເປັນລະບຽບຮຽບຮ້ອຍເໝືອນແຕ່ກ່ອນ
ຄ້າຣາຊະການມີການສໍ້ລາດບັງຫຼວງໃຊ້ອຳນາດສ່ວນຕົວ ແລະເຫັນແກ່ໄດ້
ພະເຈົ້າຟ້າງຸ່ມກໍ່ມີຄວາມເສົ້າພະໄທ ແລະມອບອຳນາດການປົກຄອງສ່ວນໃຫຍ່ ໃຫ້ແກ່ຄ້າຣາຊະການ
ແຕ່ພວກເຂົາຕ່າງກໍພາກັນຊ່ວຍໂອກາດ ເມື່ອການປົກຄອງຂາດຄວາມປະສິດທິພາບເຊັ່ນນີ້ ປະຊາຊົນ
ແລະເສນາອາມາດຜູ້ມີຄວາມຊື່ສັດ
ຈົງຮັກພັດີຕໍ່ປະເທດຊາດກໍເກີດຄວາມເບື່ອໜ່າຍນຳພວກເຈົ້າກວນທີ່ຮຽກເອົາເບ້ຍວັດເງິນເດືອນສູງເກີນຂອບເຂດທີ່ເຄີຍປະຕິບັດມາ
ເມື່ອເປັນເຊັ່ນນີ້ ມຸກມົນຕີທັງຫຼາຍຈຶ່ງໄດ້ພ້ອມກັນອັນເຊີນພະເຈົ້າຟ້າງຸ່ມສະຫຼະຣາຊະບັນລັງ
ໃນປີ ຄ.ສ 1371 ແລ້ວສົ່ງພະອົງໄປຢູ່ເມືອງນານ ພະອົງປະທັບຢູ່ເມືອງນານໄດ້
2ປີກໍສະເດັດສຸຣະຄົດ ລວມພະຊົນອາຍຸໄດ້ 57ພັນສາ
ເຈົ້ານະຄອນນານກໍ່ໄດ້ສ້າງພະທາດບັນຈຸພະອັດຖິຂອງພະອົງໄວ້ໃນວັດຊຽງງາມໃນນະຄອນນານນັ້ນເອງ.
ອານາຈັກ
ตอบลบWhat is the future like?
ตอบลบ