ພຣະທຳຄຳສອນຂອງພຣະຜູ້ມີພຣະພາກ
I. ອະປະຣິຫາ ນິຍະທັມ 7
1.
ໝັ່ນປະຊຸມກັນເນື່ອງໆ
2.
ປະຊຸມ ຫຼື
ເລີກປະຊຸມ ແລະທຳກິຈຂອງສ່ວນລວມຢ່າງພ້ອມພຽງກັນ
3.
ບໍ່ບັນຍັດສິ່ງທີ່ບັນຍັດ
ບໍ່ຖອນສິ່ງທີ່ໄດ້ບໜຍັດແລ້ວ ຢຶດຖືປະຕິບັດຕາມຫຼັກທຳທີ່ໄດ້ບັນຍັດໄວ້
4.
ເຄົາລົບນັບຖື
ເຊື່ອຟັງ ແລະໃຫ້ກຽດແກ່ຜູ້ເປັນປະທານ ຜູ້ບໍລິຫານໝູ່ຄະນະ
ແລະປະຕິບັດຕາມຫຼັກທຳທີ່ທີ່ບັນຍັດໄວ້
5.
ບໍ່ລຸອຳນາດແກ່ຄວາມຢາກທີ່ເກີດຂຶ້ນ
ຫຼື ບໍ່ລຸແກ່ຕັນຫາອັນຈະກໍ່ໃຫ້ເກີດພົບໃໝ່
6.
ຍິນດີໃນຄວາມສະຫງົບ
ສັນໂດດ ໝາຍເຖິງການຍິນດີໃນການຢູ່ປ່າ
7.
ຕັ້ໃຈຢູ່ສະເໝີວ່າ
ພິກຂຸສາມະເນນຜູ້ມີສິນທີ່ຍັງບໍ່ມາສູ່ອາວາດຂໍໃຫ້ມາ ທີ່ມາແລ້ວຂໍໃຫ້ຢູ່ຜາສຸກ
II. ອະຣິຍະຊັບ 7
1.
ສັດທາ=
ຄວາມເຊື່ອ ຄືເຊື່ອໃນສິ່ງທີ່ຄວນເຊື່ອ ເຊັ່ນວ່າ: ເຊື່ອວ່າພຣະພຸທທະເຈົ້າມີຈິງ,
ເຊື່ອວ່າບາບບຸນຄຸນໂທດມີຈິງ, ເຊື່ອວ່າ ການ ເກີດ,ແກ່,ເຈັບ ແລະຕາຍມີຈິງ ເປັນຕົ້ນ
2.
ສີລ=
ຄືການຮັກສາ ກາຍ ວາຈາ ໃຫ້ຮຽບຮ້ອຍ ຄືວ່າ:
ເຮົາຕ້ອງສັງລວມໃນສິກຂາບົດຕາມລະບຽບທີ່ໄດ້ບັນຍັດໄວ້ດ້ວຍກາຍ ວາຈາ ແລະໃຈເປັນຢ່າງດີ
ບໍ່ຂາດຕົກບົກຜ່ອງ ບໍ່ວ່າຈະເປັນ ຈຸລະສິນ ມັດສິມາສິນ ແລະ ມະຫາສິນເປັນຕົ້ນ
3.
ໂອດຕັບປະ =
ຄວາມເກງກົວຕໍ່ຜົນໃນການທຳຄວາມຊົ່ວ ຄືວ່າ: ເຮົາຕ້ອງລະນຶກສະເໝີວ່າ
ການຂ້າສັດຕັດຊີວິດເປັນບາບ, ການລັກຂະໂມຍຂອງຄົນອື່ນທີ່ບໍ່ໃຫ້ມັນບາບ,
ການປະພຶດຜິດໃນກາມມັນບາບເປັນຕົ້ນ
4.
ຫິຣິ=
ຄວາມລະອາຍແກ່ໃຈທີ່ຈະທຳຊົ່ວ ຄືວ່າ ໃນເມື່ອເຮົາຮູ້ແລ້ວວ່າ
ກະທຳສິ່ງນັ້ນມັນເປັນບາບເຮົາກໍ່ຫຼີກລ້ຽງຈາກສິ່ງດັ່ງກ່າວໄປເສຍ
5.
ພະຫຸສັຈຈະ =
ຄວາມເປັນຄົນຄົງແກ່ຮຽນ ຄືບຸກຄົນຜູ້ທີ່ໄດ້ສຶກສາຮ່ຳຮຽນມາຫຼາຍ
ການສຶກສາເຫຼົ່ານັ້ນບໍ່ວ່າຈະເປັນສຶກສາ ດ້ວຍການຟັງ ດ້ວຍການຄົ້ນຄິດ ດ້ວຍດານສອບຖາມ
ດ້ວຍກ້ານຈົດກ່າຍຖ່ອຍທອດເປັນຕົ້ນ
6.
ຈາຄະ =
ຄວາມເສຍສະຫຼະ ແບ່ງປັນ ຄືວ່າ ເຮົາຕ້ອງຮູ້ຈັກບໍລິຈາກແບ່ງປັນຊັບສິນສິ່ງຂອງໃຫ້ຜູ້ຍາກຈົນ
ຫຼື ຜູ້ທີ່ຢູ່ເຂດຫ່າງໄກຊອກຫຼີກດ້ວຍຈິດໃຈທີ່ເມດຕາ
7.
ປັນຍາ =
ຄວາມສະຫຼາດຮູ້ບາບບຸນຄຸນໂທດ ຄືຮູ້ຈັກເຫດ ແລະຜົນ ຮູ້ຈັກອັນໃດກິດທີ່ຄວນເຮັດ
ແລະອັນໃດຄວນລະເວັ້ນ ຮູ້ຈັກກະຕັນຍູກະຕະເວທີຕາ ຕໍ່ພໍ່ແມ່ ຄູອາຈານ
ຕະຫຼອດຮອດຜູ້ທີ່ມີພະຄຸນ
III. ສັບປຸຣິສາ 7
1.
ທັມມັນຍຸຕາ
= ການຮູ້ຈັກເຫດ ຄືການຮູ້ຈັກ ແລະເຂົ້າໃຈໃນຫຼັກການ ລະບຽບ
ແລະກົດເກນຂອງສິ່ງຕ່າງໆໃນສັງຄົມທີ່ກ່ຽວຂ້ອງກັບການດຳລົງຊີວິດ ໂດຍຮູ້ຈັກວ່າ
ຕົນຈະຕ້ອງປະຕິບັດໃຫ້ສອດຄ່ອງກັບກົດເກນທີ່ມີຢູ່ຢ່າງໃດ ສິ່ງໃດທີ່ຄວນເຮັດ
ສິ່ງໃດທີ່ບໍ່ຄວນເຮັດ
2.
ອັດຖັນຍຸຕາ
= ການຮູ້ຈັກຜົນ ຄືການຮູ້ຈັກ ຫຼື ປະໂຫຍດທີ່ເກີດຂຶ້ນຈາກການກະທຳ
ສາມາດຮູ້ເຖິງຄວາມມຸ້ງໝາຍຂອງທຳແຕ່ລະຢ່າງໄດ້ຊັດເຈນ
ເພາະເຫັນດ້ວຍປັນຍາວ່າເກີດຜົນດີຈາກການປະຕິບັດ
3.
ອັດຕັນຍຸຕາ
= ການຮູ້ຈັກຕົນ ຄືການຮູ້ຈັກປະມານຕົນໃນເລື່ອງຕ່າງໆ ວ່າຕົນເປັນໃຜ ເຂົາເປັນໃຜ
ບໍ່ວ່າຈະເປັນຄວາມເປັນຢູ່ ຫຼື ໜ້າທີ່ຕຳແໜ່ງ ການງານ ລວມໄປເຖິງຮູ້ຈັກສະພາບຄວາມຄິດ
ແລະຈິດໃຈຂອງຕົນ ເມື່ອຮູ້ວ່າຕົນມີກຳລັງ, ມີຄວາມຄິດຢ່າງໃດ, ມີອຸປະນິໄສຢ່າງໃດ
ເມື່ອນັ້ນຍ່ອມທີ່ຈະສາມາດວາງຕົວ ຫຼື ປະຕິບັດຕົວຢ່າງໃດຖືກຕ້ອງ ແລະເໝາະສົມໃນສັງຄົມ
4.
ມັດຕັນຍຸຕາ=
ການຮູ້ຈັກປະມານ ຄືການຮູ້ຈັກຄວາມພໍດີ ຫຼື ພໍພຽງໃນທຸກດ້ານ ທັງຄວາມພໍດີໃນຕົນ ແລະຄວາມພໍດີໃນຊີວິດ
ຮູ້ຈັກຄວາມພໍດີໃນການເວົ້າ ພໍດີໃນການທຳງານ ພໍດີໃນການຫາຊັບ ແລະພໍດີໃນການຈ່າຍຊັບ
ດ້ວຍການຮູ້ຈັກປະມານໃນກຳລັງຂອງຕົນເອງ
5.
ກາລັນຍຸຕາ =
ການຮູ້ຈັກ ກາລະເວລາ ຄື ການເຂົ້າໃຈໃນການເວລາອັນສົມຄວນ
ແລະລະຍະເວລາທີ່ເໝາະສົມສຳລັບທຳດີໃດໆ ແລະການໃຊ້ກາລະເວລານັ້ນໃນເໝາະສົມເຊັ່ນ:
ຮູ້ວ່າເວລາໃດຄວນ ເວລາໃດບໍ່ຄວນ
6.
ປະຣິສັນຍຸຕາ
= ການຮູ້ຈັກຊຸມຊົນ ຄືການເປັນຜູ້ຮູ້ຈັກຊຸມຊົນ ຖິ່ນທີ່ຢູ່ອາໄສ ຫຼື
ສັງຄົມທີ່ຕົນອາໄສຢູ່ ລວມເຖິງຮູ້ຈັກວ່າຊຸມຊົນເຫຼົ່ານັ້ນມີຄວາມຕ້ອງການຫຍັງ
ມີຄວາມເຫັນ ຫຼື ຂໍ້ຕົກລົງຢ່າງໃດ ເມື່ອຮູ້ເຊັ່ນນັ້ນແລ້ວ ຍ່ອມຢູ່ຮ່ວມຊຸມຊົນໄດ້ຢ່າງມີຄວາມສຸກ
7.
ປຸກຄະໂລປະລັນຍຸຕາ=
ການຮູ້ຈັັກບຸກຄົນ ຄືການເປັນຜູ້ຮູ້ຈັກເລືອກຄົບຄົນ ໃຜຄວນຄົບ ຫຼື ບໍ່ຄວນຄົບ ແລະຮູ້ຈັກວ່າ
ຄົນແຕ່ລະຄົນມີອຸປະນິໄສໃຈຄໍຢ່າງໃດມີຄຸນນະທຳຢ່າງໃດ ມີຄວາມປະພຶດຕ່າງກັນຢ່າງໃດຶ
ໜ້າທີການງານຕ່າງກັນຢ່າງໃດ ດັ່ງນັ້ນຈຶ່ງຕ້ອງຮູ້ຈັກເລືອກຄົບຄົນທີ່ຄວນຄົບ
ເຮັດໃຫ້ໄດ້ຄົນດີ
IV. ໂລກະທຳ 8
1.
ການມີລາບ =
ມະນຸດບົນໂລກເຮົານີ້ ຍ່ອມຕ້ອງການເຊິ່ງຊັບສິນເງິນທອງ ໂພຊະນະ ແລະປັຈຈັຍທັງຫຼາຍ
ຕາມສິ່ງທີ່ຕົນປາຖະໜາ ບໍ່ວ່າຈະໄດ້ມາດ້ວຍຄວາມສຸກຈະລິດ ຫຼື ທຸຈະລິດເປັນຕົ້ນ
2.
ການມີຍົດ =
ມະນຸດເຮົານອກຈາກຈະປາຖະໜາສິ່ງຕ່າງໆມາຂ້າງເທິງແລ້ວ ຍັງຈະຕ້ອງການຍົດຖາບັນດາສັກ
ເພື່ອເປັນບົດບາດໜ້າທີ່ຂອງຕົນຢູ່ໃນສັງຄົມເຊັ່ນວ່າ: ປາຖະໜາເປັນນາຍົກ ເປັນປະທານປະເທດ
ເປັນຕົ້ນ
3.
ການມີຄຳສັນລະເສີນ
= ການສັນລະເສີນສຸກໃນສັງຄົມສູ່ມື້ກະມີຄວາມສຳຄັນເຊັ່ນດຽວກັນ
ການທີ່ເຮົາໄດ້ຍິນຄຳກ່າວທີ່ເຂົາເວົ້າ ຫຼື ລະນຶກເຖິງຕົນດ້ວຍຄວາມບໍລິສຸດໃຈໃນການເຊີດຊູຕໍ່ຄວາມດີ
ຫຼື ສິ່ງທີ່ຕົນໄດ້ກະທຳຕໍ່ຜູ້ອື່ນສິ່ງນີ້ເອີ້ນວ່າ ຄຳສັນລະເສີນ
4.
ການມີຄວາມສຸກ
= ຄືການໄດ້ມີຄວາມອີ່ມອົກອີ່ມໃຈໃນສິ່ງທີ່ໄດ້ມາຕາມຄວາມປາຖະໜາທັງສາມປະການຂ້າງເທິງ
ແຕ່ຍັງຢາກມີຄວາມສຸກທາງໃຈ ໃຈໃນດ້ານອື່ນ ເຊັ່ນວ່າ: ຄວາມສຸກຈາກການໄດ້ມີຄົນຮັກ
ຄວາມສຸກຈາກຄວາມສຳເລັດໃນການງານ ແລະການຮ່ຳຮຽນເປັນຕົ້ນ
5.
ເສື່ອມໃນລາບ
= ການທີ່ເຮົາໄດ້ມາເຊິ່ງ ໂພຄະຊັບສົມບັດ ດັ່ງກ່າວ ມັນກໍ່ຍ່ອມມີການຫາຍໄປເຊັ່ນດຽວກັນ
ແລະສິ່ງທັງຫຼາຍທັງປວງບໍ່ທ່ຽງ ແລະບໍ່ຄົງຈະຢູ່ນຳເຮົາໄດ້ນານ
ເພາະວ່າບາບເຫຼົ່ານັ້ນເປັນຮູບປະທຳເຊິ່ງຈັບບາຍບໍ່ໄດ້ ຍ່ອມມີວັນລົດໜ້ອຍ ຫຼື ໝົດໄປຈາກຕົນເຊັ່ນດຽວກັນເຊັ່ນວ່າ:
ເງິນ ທອງ ຫຼື ໂພຄະຊັບຕ່າງໆ
6.
ເສື່ອມໃນຍົດ
= ກໍ່ເຊັ່ນດຽວກັນ
ຍົດຖາບັນສັກເຫຼົ່ານັ້ນບໍ່ທ່ຽງ
ແລະບໍ່ຄົນຈະຢູ່ນຳເຮົາໄປຈົນຕາຍໄດ້ເພາະຍົດຖາບັນດາສັກເຫຼົ່ານັ້ນເປັນນາມມະທຳທີ່ເຮົາຈັບບາຍບໍ່ໄດ້
ເປັນນາມທີ່ພຽງເຂົາສົມມຸດຕັ້ງໃຫ້ແທນຕົວຕົນຂອງເຮົາແຕ່ຍົດນັ້ນຍ່ອມໝົດໄປຕາມວາລະການງານ
ຫຼື ໝົດໄປຕາມກາຍຂອງເຮົາໄປເຊັ່ນ:
ເວລາເຮົາຕາຍຈາກໄປຍົດຖາບັນດາສັກເຫຼົ່ານັ້ນກໍ່ສົມມຸດໃຫ້ຄົນອື່ນຕໍ່ດັ່ງທ່ານໄກສອນ
ພົມວິຫານ ທ່ານເຄີຍເປັນປະທານປະເທດມາກ່ອນ
ເມື່ອເວລາລາວຈາກໄປຍົດດັ່ງກ່າວກໍ່ສົມມຸດໃຫ້ທ່ານອື່ນຕໍ່ເປັນຕົ້ນ
7.
ຄຳນິນທາ =
ການທີ່ເຮົາໄດ້ຍິນຄຳກ່າວ ທີ່ເຂົາກ່າວເຖິງຕົນທາງທີ່ເສື່ອມເສຍ
ຄຳເຫຼົ່ານັ້ນຍ່ອມບໍ່ເປັນທີ່ປາຖະໜາຂອງຄົນທັງຫຼາຍ
ແຕ່ກໍ່ເປັນທຳມະດາທີ່ມະນຸດໂລກພວກເຮົານີ້ ເມື່ອມີຜູ້ທີ່ຮັກ ຍ່ອມມີຜູ້ລັງກຽດ
ແລະນິນທາວ່າຮ້າຍກັບຄຳສັນລະເສີນເປັນຂອງຄູ່ກັນ ແມ້ແຕ່ພຣະຜູ້ມີພະພາກ ເປັນບໍຣົມມະຄຣູຂອງເທວະດາ
ແລະມະນຸດທັງຫຼາຍ ກໍ່ຍັງຖືກນິນທາ
8.
ການມີຄວາມທຸກ
= ຄວາມເສົ້າໂສກເສຍໃຈ ຫຼື ໝົ່ນໝອງຈາກການເສື່ອມໃນລາບ,ຍົດ ແລະຖືກນິນທາວ່າຮ້າຍ
ນອກຈາກນັ້ນຄວາມທຸກຍັງລວມເຖິງຄວາມທຸກທີ່ເກີດຈາກດ້ານຕ່າງໆເຊັ່ນ: ທຸກບໍ່ມີເຂົ້າຈະກິນ,
ທຸກຈາກຄວາມຜິດຫວັງໃນຄວາມຮັກ ແລະຄວາມທຸກເກີດຈາກການສູນເສຍໃນສິ່ງທີ່ຮັກທີ່ພໍໃຈເປັນຕົ້ນ
V. ມັກມີອົງ 8
1.
ສັມມາທິດຖີ
= ຄວາມເຫັນຊອບ ຄືຄວາມເຫັນທີ່ຖືກຕ້ອງຕາມທຳນອງຄອງທຳ ເຮົາຕ້ອງຈຳແນກວ່າສິ່ງໃດຖືກ
ສິ່ງໃດຜິດ ບໍ່ແມ່ນວ່າໃຊ້ວິທີຂອງຕົນຕັດສິນຄະດີຕ່າງໆ ເຊັ່ນວ່າ: ມັກກໍ່ເອົາ
ບໍ່ມັກກໍ່ປະ ສິ່ງໃດຕົນມັກ ກໍ່ສັນລະເສີນ ສິ່ງໃດບໍ່ມັກກໍ່ນິນທາ
ແບບນີ້ບໍ່ແມ່ນຄວາມເຫັນຖືກຕ້ອງ ຕາມທຳນອງຄອງທຳ ເຮົາຕ້ອງພິຈາລະນາ ແຍກສ່ນຖືກ
ສ່ວນຜິດອອກ
2.
ສັມມາສັງກັປປະ
= ການດຳຣິຊອບ ຄືການລະອອກຈາກກາມ , ຈາກການບໍ່ພະຍາບາດບໍ່ປອງຮ້າຍ , ຈາກການບໍ່ບຽດບຽນ
-
ການລະອອກຈາກກາມຄື
ການລະຄວາມພໍໃຈໃນຮູບ,ສຽງ,ກິ່ນ,ລົດ,ຄວາມນຶກຄິດ,
-
ການລະອອກຈາກບໍ່ພະຍາບາດບໍ່ປອງຮ້າຍຄືເຮົາຕ້ອງຮູ້ຈັກເມດຕາຄືເຮົາບໍ່ເບິ່ງຄົນໃນແງ່ຮ້າຍ
-
ການລະອອກຈາກບໍ່ບຽດບຽນຄືບໍ່ຄິດຮ້າຍ,
ບໍ່ຄິດທຳລາຍ
3.
ສັມມາວາຈາ =
ການເຈລະຈາຊອບ ຄືໄດ້ແກ່ ວະຈີສຸຈະຣິດ ປະກອບດ້ວຍ 4 ຢ່າງຄື:
-
ບໍ່ເວົ້າເທັດ
-
ບໍ່ເວົ້າສໍ່ສຽດ
-
ບໍ່ເວົ້າຄຳຫຍາບ
-
ບໍ່ເວົ້າເພີ້ເຈີ້
4.
ສັມມາກັມມັນຕະ
= ການປະພຶດ,ການກະທຳຊອບ ຄືໄດ້ແກ່ກາຍສຸຈະຣິດ ປະກອບດ້ວຍ 3 ຢ່າງຄື:
-
ບໍ່ຂ້າສັດ
-
ບໍ່ລັກຊັບ
-
ບໍ່ປະພຶກຜິດໃນກາມ
5.
ສັມມາອາຊີວະ
= ການລ້ຽງຊີບຊອບ ຄືໄດ້ແກ່ເວັ້ນມິດສາຊີບ , ການປະກອບຊີບ
-
ເວັ້ນມິດສາຊີບ
ກໍ່ຄື ເວັ້ນຈາກການປະກອບອາຊີບໃນທາງທີ່ຜິດກົດໝາຍບ້ານເມືອງ
-
ການປະກອບອາຊີບ
ໃນປະຈຸບັນອາຊີບການງານກໍ່ຫຼາກຫຼາຍເຊັ່ນວ່າ: ທະຫານ ຕຳຫຼວດ ທະນາຄານ ການເງິນ ...
6.
ສັມມາວາຍາມະ
= ຄວາມພຽນຊອບ ໄດ້ແກ່ ສັມມັປປະທານ 4 ຄື:
1.
ພຽນລະວັງ
ຫຼື ພຽນປິດກັ້ນຄື ພຽນລະວັງຍັງບາບອະກຸສົນທຳ ຍັງບໍ່ເກີດມີໃຫ້ເກີດຂຶ້ນ
2.
ພຽນລະ ຫຼື
ພຽນກຳຈັດ ຄືພຽນລະບາບອະກຸສົນທຳທີ່ເກີດຂຶ້ນແລ້ວ
3.
ພຽນຈະເລີນ
ຫຼື ພຽນກໍ່ໃຫ້ເກີດ ຄືພຽນທຳອະກຸສົນທຳທີ່ຍັງບໍ່ເກີດໃຫ້ເກີດມີຂຶ້ນ
4.
ພຽນຮັກສາ ຄື
ພຽນຮັກສາກຸສົນທຳທີ່ເກີດຂຶ້ນແລ້ວໃຫ້ຕັ້ງໝັ້ນ ແລະຈະເລີນຍິ່ງຂຶ້ນໄປຈົນສົມບູນ
7.
ສັມມາສະຕິ =
ຄວາມລະນຶກຊອບ ໄດ້ແກ່ ສະຕິປັດຖານ 4 ຄື:
-
ຕັ້ງສະຕິກຳນົດພິຈາລະນາກາຍ
-
ເວທະນາ
-
ຈິດ
-
ທຳ
8.
ສັມມາສະມາທິ
= ຕັ້ງໝັ້ນຊອບ ໄດ້ແກ່ ຍານ 4 ຄື:
-
ປະຖົມຍານ
-
ທຸຕິຍະຍານ
-
ຕະຕິຍະຍານ
-
ຈະຕຸຕຖະຍານ
VI. ບຸນກິລິຍາວັດຖຸ 10
1.
ທານະມັຍ =
ບຸນເກີດຈາກການໃຫ້ທານ ຄືການໃຫ້ວັດຖຸສິ່ງຂອງຕ່າງໆແກ່ຜູ້ອື່ນ ເປັນບຸນຊະນິດໜຶ່ງ
ເຊິ່ງເອີ້ນວ່າ ບຸນເກີດຈາກການໃຫ້
ໃນເຈຕະນາຂອງຫານໃຫ້ທານຂອງເຮົາກໍ່ມີຫຼາຍແບບເຊັ່ນ:
-
ໃຫ້ເພື່ອບູຊາຄຸນ
ເຊັ່ນ ພໍ່ແມ່, ຄູອາຈານ ເປັນຕົ້ນ
-
ໃຫ້ເພື່ອສາທາລະນະປະໂຫຍດເຊັ່ນ
ການຊ່ວຍເຫຼືອ ຫຼື ຖວາຍແກ່ສາສະນາ...
-
ໃຫ້ເພື່ອອະນຸເຄາະເຊັ່ນ ໃຫ້ຍາດພີ່ນ້ອງ ລູກຫຼານ
-
ໃຫ້ເພື່ອສົງເຄາະເຊັ່ນ
ໃຫ້ແກ່ຜູ້ຕົກທຸກໄດ້ຍາກ
-
ໃຫ້ເພື່ອສຳລະກິເລດເຊັ່ນ
ໃຫ້ເພື່ອສ້າງຄວາມດີເປັນຕົ້ນ
2.
ສີລະມັຍ =
ບຸນເກີດຈາກການຮັກສາສິນ ການຮັກສາສິນກໍ່ເປັນບຸນອັນຍິ່ງໃຫຍ່ ດ໋ງນັ້ນ ເຮົາຈຶ່ງຕ້ອງໄດ້ສັງລວມລະວັງໃນສິກຂາບົດ
ຕາມລະບຽບທີ່ບັນຍັດໄວ້ດ້ວຍ ກາຍ ວາຈາ ໃຈ ເປັນຢ່າງດີ ບໍ່ໃຫ້ຂາດຕົກບົກຜ່ອງ
ບໍ່ວ່າຈະເປັນ ຈຸລະສິນ ມັດສິມາສິນ ແລະມະຫາສິນເປັນຕົ້ນ
3.
ພາວະນາມັຍ =
ບຸນເກີດຈາກການຈະເລີນພາວະນາ ການຈະເລີນພາວະນາເປັນທຳຂັ້ນສູງໃນທາງພຸທທະສາສະນາ
ໝາຍເຖິງການລວບລວມຈິດໃຈໃຫ້ໝັ້ນ ຫຼື ການທຳຈິດຂອງຕົນໃຫ້ຂາວສະອາດ ສະຫງົບ
ສະຫວ່າງດັ່ງນັ້ນຈຶ່ງຈັດເປັນບຸນປະການໜຶ່ງ
4.
ອະປະຈາຍະນະມັຍ
= ບຸນເກີດຈາກການອ່ອນນ້ອມຖ່ອມຕົນຕໍ່ຜູ້ໃຫຍ່
ການອ່ອນນ້ອມຖ່ອມຕົນຈັດເປັນບຸນຢ່າງໜຶ່ງ ເພາະວ່າຈິດໃຈບໍ່ແຂງກະດ້າງ ແຕ່ການອ່ອນນ້ອມນັ້ນ
ຕ້ອງອ່ອນນ້ອມຕໍ່ບຸກຄົນທີ່ຄວນອ່ອນນ້ອມເຊັ່ນ: ບຸກຄົນທີ່ແກ່ກວ່າເຮົາຄື: ພໍ່ແມ່,ອ້າຍເອື້ອຍ,ລູງປ້າ,ນ້າອາເປັນຕົ້ນ
5.
ເວີຍຍາວັຈຈະມັຍ
= ບຸນເກີດຈາກການຂົນຂວາຍໃນກິດທີຊອບທຳ
ການຂົນຂວາຍໃນກິດທີ່ຊອບທຳ ຈັດເປັນບຸນຢ່າງໜຶ່ງ
ເພາະເຮົາໄດ້ຊ່ວຍໃນສິ່ງທີ່ມີປະໂຫຍດໃຫ້ແກ່ຄົນອື່ນກະຄືສ່ວນລວມ ເຊັ່ນ:
ສ້າງຖະໜົນຫົນທາງ, ສ້າງວັດວາອາຣາມ, ສ້າງໂຮງຮຽນ ໂຮງໝໍ ປູກຕົ້ນໄມ້ໃຫ້ຮົ່ມເປັນຕົ້ນ
ນັບວ່າໄດ້ຊ່ວຍໃຫ້ຄົນອື່ນໄດ້ ຊົນນຳ
ແລະຍັງມີອີກຫຼາຍໜ້າວຽກທີ່ເຮົາເຮັດໄປແລ້ວເປັນປະໂກຍດໃຫ້ແກ່ສັງຄົມ
ນັ້ນກໍ່ນັບວ່າເປັນບຸນທີ່ເກີດຈາກການທຳກິດທີ່ຊອບທຳ
6.
ປັຕຕິທານະມັຍ
= ບຸນເກີດຈາກການໃຫ້ສ່ວນບຸນ ຄືທີ່ພວກເຮົາເຫັນກັນທຸກວັນນີ້
ຊາວພຸດທະສາສະນິກະຊົນທັງຫຼາຍ ເມື່ອທຳບຸນຕັກບາດແລ້ວ
ພວກເຂົາມັກຈະອຸທິດສ່ວນບຸນກຸສົນນັ້ນ ໄປໃຫ້ຜູ້ທີ່ມີພະຄຸນທີ່ລ່ວງລັບໄປແລ້ວ ຫຼື
ອຸທິດໃຫ້ແກ່ສັບພະສັດທັງຫຼາຍເປັນຕົ້ນ ຢ່າງນີ້ກໍ່ຈັດເປັນບຸນຢ່າງໜຶ່ງ
7.
ປັຕຕານຸໂມທະນາມັຍ
= ບຸນເກີດຈາກການອະນຸໂມທະນາສ່ວນບຸນ
ດັ່ງທີ່ເຮົາເຫັນກັນຢູ່ ຊາວລາວຂອງພວກເຮົາຈຳນວນຫຼວງຫຼາຍ ມາຮອດວັນາສິນ ວັນພະ
ພໍ່ແມ່ຊາວພຸທທະສາສະນິກະຊົນ ຕ່າງກໍ່ພາກັນຕັກບາດຢາດນ້ຳໄດ້ມີການຮັກສາສິນກິນທານ
ແລະຈະເລີນພາວະນາ ແລະຖວາຍກກຸສົນໃຫ້ແກ່ພໍ່ແມ່ພີ່ນ້ອງ, ເພື່ອນສະໜິດມິດສະຫາຍ ຫຼື
ເຈົ້າກຳນາຍເວນທີ່ໄດ້ລ່ວງລັບໄປແລ້ວໃຫ້ມາຮັບສ່ວນບຸນກຸສົນຢ່າງນີ້ ກໍ່ຈັດວ່າເປັນການອະນຸໂມທະນາສ່ວນບຸນເໝືອນກັນ
8.
ທັມມັສສະວະນະມັຍ
= ບຸນເກີດຈາກການຟັງທຳ ການຟັງທຳ
ຈັດເປັນບຸນຢ່າງໜຶ່ງ ເພາະການຟັງທຳເຮັດໃຫ້ເຂົ້າໃຈຫຼັກຄຳສອນຂອງພຣະສຳມາສັມພຸທທະເຈົ້າໄດ້ເຊັ່ນວ່າ:
ໃນຄັ້ງ ສະໄໝພະພຸດທະການ ການເຂົ້າໃຈພະພຸດທະສາສະນາ ແລະການບັນລຸມັຜົນ
ເນື່ອງຈາກການຟັງທຳທັງສິ້ນ ເພາະບໍ່ມີສື່ໃນການຟັງ, ໜັງສືໃນເມື່ອກ່ອນກໍ່ຫາຍາກ
ດັ່ງນັ້ນຈຶ່ງຕ້ອງຟັງທຳເປັນສ່ວນໃຫຍ່
9.
ທັມມະເທສະນາມັຍ
= ບຸນເກີດຈາກການສະແດງທຳ
ການສະແດງທຳນັບວ່າເປັນບຸນຢ່າງໜຶ່ງ
ເພາະເຮັດໃຫ້ສາສະນາ ດຳລົງໝັ້ນມາໄດ້ຈົນເຖິງເທົ່າທຸກວັນນີ້
ກໍ່ເພາະໄດ້ມີການແນະນຳສັງສອນສືບຕໍ່ກັນມາ
ແລະການສະແດງທຳນີ້ໄດ້ຈັດເປັນທຳມະທານທີ່ມີໝາກຜົນກວ່າການໃຫ້ທານທັງປວງ
ດັ່ງນັ້ນພະພຸດທະອົງ ຈຶ່ງຕັດໄວ້ວ່າ: ’’ສັບພະທານັງ ທັມມະທານັງ ຊິນາຕິ’’ ການໃຫ້ທຳມະເປັນທານ ຊະນະການໃຫ້ທັງປວງ
10. ທິດທຸຊຸກັມມ໌ = ການທຳຄວາມເຫັນໃຫ້ຕົງ ກໍ່ຄືມີສັມມາທິຖີ ຄວາມເຫັນຊອບນັ້ນເອງ
ຄືເຫັນຕົງຕາມທຳນອງຄອງທຳ ຈັດເປັນບຸນຢ່າງໜຶ່ງໃນພຸດທະສາສະນາ ເຊັ່ນ: ເຫັນວ່າ
ການທຳຄວາມດີ ຍ່ອມໄດ້ດີ ການທຳຄວາມຊົ່ວຍ່ອມໄດ້ຊົ່ວ
ເປັນຕົ້ນ.
ສາທຸ ສາທຸ ສາທຸ
ตอบลบ