วันศุกร์ที่ 25 พฤษภาคม พ.ศ. 2561

ທຳມະໜ້າຮູ້


ພຣະທຳຄຳສອນຂອງພຣະຜູ້ມີພຣະພາກ
I. ອະປະຣິຫາ ນິຍະທັມ 7
1.    ໝັ່ນປະຊຸມກັນເນື່ອງໆ
2.   ປະຊຸມ ຫຼື ເລີກປະຊຸມ ແລະທຳກິຈຂອງສ່ວນລວມຢ່າງພ້ອມພຽງກັນ
3.   ບໍ່ບັນຍັດສິ່ງທີ່ບັນຍັດ ບໍ່ຖອນສິ່ງທີ່ໄດ້ບໜຍັດແລ້ວ ຢຶດຖືປະຕິບັດຕາມຫຼັກທຳທີ່ໄດ້ບັນຍັດໄວ້
4.   ເຄົາລົບນັບຖື ເຊື່ອຟັງ ແລະໃຫ້ກຽດແກ່ຜູ້ເປັນປະທານ ຜູ້ບໍລິຫານໝູ່ຄະນະ ແລະປະຕິບັດຕາມຫຼັກທຳທີ່ທີ່ບັນຍັດໄວ້
5.   ບໍ່ລຸອຳນາດແກ່ຄວາມຢາກທີ່ເກີດຂຶ້ນ ຫຼື ບໍ່ລຸແກ່ຕັນຫາອັນຈະກໍ່ໃຫ້ເກີດພົບໃໝ່
6.   ຍິນດີໃນຄວາມສະຫງົບ ສັນໂດດ ໝາຍເຖິງການຍິນດີໃນການຢູ່ປ່າ
7.   ຕັ້ໃຈຢູ່ສະເໝີວ່າ ພິກຂຸສາມະເນນຜູ້ມີສິນທີ່ຍັງບໍ່ມາສູ່ອາວາດຂໍໃຫ້ມາ ທີ່ມາແລ້ວຂໍໃຫ້ຢູ່ຜາສຸກ
II. ອະຣິຍະຊັບ 7
1.    ສັດທາ= ຄວາມເຊື່ອ ຄືເຊື່ອໃນສິ່ງທີ່ຄວນເຊື່ອ ເຊັ່ນວ່າ: ເຊື່ອວ່າພຣະພຸທທະເຈົ້າມີຈິງ, ເຊື່ອວ່າບາບບຸນຄຸນໂທດມີຈິງ, ເຊື່ອວ່າ ການ ເກີດ,ແກ່,ເຈັບ ແລະຕາຍມີຈິງ ເປັນຕົ້ນ
2.   ສີລ= ຄືການຮັກສາ ກາຍ ວາຈາ ໃຫ້ຮຽບຮ້ອຍ ຄືວ່າ: ເຮົາຕ້ອງສັງລວມໃນສິກຂາບົດຕາມລະບຽບທີ່ໄດ້ບັນຍັດໄວ້ດ້ວຍກາຍ ວາຈາ ແລະໃຈເປັນຢ່າງດີ ບໍ່ຂາດຕົກບົກຜ່ອງ ບໍ່ວ່າຈະເປັນ ຈຸລະສິນ ມັດສິມາສິນ ແລະ ມະຫາສິນເປັນຕົ້ນ
3.   ໂອດຕັບປະ = ຄວາມເກງກົວຕໍ່ຜົນໃນການທຳຄວາມຊົ່ວ ຄືວ່າ: ເຮົາຕ້ອງລະນຶກສະເໝີວ່າ ການຂ້າສັດຕັດຊີວິດເປັນບາບ, ການລັກຂະໂມຍຂອງຄົນອື່ນທີ່ບໍ່ໃຫ້ມັນບາບ, ການປະພຶດຜິດໃນກາມມັນບາບເປັນຕົ້ນ
4.   ຫິຣິ= ຄວາມລະອາຍແກ່ໃຈທີ່ຈະທຳຊົ່ວ ຄືວ່າ ໃນເມື່ອເຮົາຮູ້ແລ້ວວ່າ ກະທຳສິ່ງນັ້ນມັນເປັນບາບເຮົາກໍ່ຫຼີກລ້ຽງຈາກສິ່ງດັ່ງກ່າວໄປເສຍ
5.   ພະຫຸສັຈຈະ = ຄວາມເປັນຄົນຄົງແກ່ຮຽນ ຄືບຸກຄົນຜູ້ທີ່ໄດ້ສຶກສາຮ່ຳຮຽນມາຫຼາຍ ການສຶກສາເຫຼົ່ານັ້ນບໍ່ວ່າຈະເປັນສຶກສາ ດ້ວຍການຟັງ ດ້ວຍການຄົ້ນຄິດ ດ້ວຍດານສອບຖາມ ດ້ວຍກ້ານຈົດກ່າຍຖ່ອຍທອດເປັນຕົ້ນ
6.   ຈາຄະ = ຄວາມເສຍສະຫຼະ ແບ່ງປັນ ຄືວ່າ ເຮົາຕ້ອງຮູ້ຈັກບໍລິຈາກແບ່ງປັນຊັບສິນສິ່ງຂອງໃຫ້ຜູ້ຍາກຈົນ ຫຼື ຜູ້ທີ່ຢູ່ເຂດຫ່າງໄກຊອກຫຼີກດ້ວຍຈິດໃຈທີ່ເມດຕາ
7.   ປັນຍາ = ຄວາມສະຫຼາດຮູ້ບາບບຸນຄຸນໂທດ ຄືຮູ້ຈັກເຫດ ແລະຜົນ ຮູ້ຈັກອັນໃດກິດທີ່ຄວນເຮັດ ແລະອັນໃດຄວນລະເວັ້ນ ຮູ້ຈັກກະຕັນຍູກະຕະເວທີຕາ ຕໍ່ພໍ່ແມ່ ຄູອາຈານ ຕະຫຼອດຮອດຜູ້ທີ່ມີພະຄຸນ
III. ສັບປຸຣິສາ 7
1.    ທັມມັນຍຸຕາ = ການຮູ້ຈັກເຫດ ຄືການຮູ້ຈັກ ແລະເຂົ້າໃຈໃນຫຼັກການ ລະບຽບ ແລະກົດເກນຂອງສິ່ງຕ່າງໆໃນສັງຄົມທີ່ກ່ຽວຂ້ອງກັບການດຳລົງຊີວິດ ໂດຍຮູ້ຈັກວ່າ ຕົນຈະຕ້ອງປະຕິບັດໃຫ້ສອດຄ່ອງກັບກົດເກນທີ່ມີຢູ່ຢ່າງໃດ ສິ່ງໃດທີ່ຄວນເຮັດ ສິ່ງໃດທີ່ບໍ່ຄວນເຮັດ
2.   ອັດຖັນຍຸຕາ = ການຮູ້ຈັກຜົນ ຄືການຮູ້ຈັກ ຫຼື ປະໂຫຍດທີ່ເກີດຂຶ້ນຈາກການກະທຳ ສາມາດຮູ້ເຖິງຄວາມມຸ້ງໝາຍຂອງທຳແຕ່ລະຢ່າງໄດ້ຊັດເຈນ ເພາະເຫັນດ້ວຍປັນຍາວ່າເກີດຜົນດີຈາກການປະຕິບັດ
3.   ອັດຕັນຍຸຕາ = ການຮູ້ຈັກຕົນ ຄືການຮູ້ຈັກປະມານຕົນໃນເລື່ອງຕ່າງໆ ວ່າຕົນເປັນໃຜ ເຂົາເປັນໃຜ ບໍ່ວ່າຈະເປັນຄວາມເປັນຢູ່ ຫຼື ໜ້າທີ່ຕຳແໜ່ງ ການງານ ລວມໄປເຖິງຮູ້ຈັກສະພາບຄວາມຄິດ ແລະຈິດໃຈຂອງຕົນ ເມື່ອຮູ້ວ່າຕົນມີກຳລັງ, ມີຄວາມຄິດຢ່າງໃດ, ມີອຸປະນິໄສຢ່າງໃດ ເມື່ອນັ້ນຍ່ອມທີ່ຈະສາມາດວາງຕົວ ຫຼື ປະຕິບັດຕົວຢ່າງໃດຖືກຕ້ອງ ແລະເໝາະສົມໃນສັງຄົມ
4.   ມັດຕັນຍຸຕາ= ການຮູ້ຈັກປະມານ ຄືການຮູ້ຈັກຄວາມພໍດີ ຫຼື ພໍພຽງໃນທຸກດ້ານ ທັງຄວາມພໍດີໃນຕົນ ແລະຄວາມພໍດີໃນຊີວິດ ຮູ້ຈັກຄວາມພໍດີໃນການເວົ້າ ພໍດີໃນການທຳງານ ພໍດີໃນການຫາຊັບ ແລະພໍດີໃນການຈ່າຍຊັບ ດ້ວຍການຮູ້ຈັກປະມານໃນກຳລັງຂອງຕົນເອງ
5.   ກາລັນຍຸຕາ = ການຮູ້ຈັກ ກາລະເວລາ ຄື ການເຂົ້າໃຈໃນການເວລາອັນສົມຄວນ ແລະລະຍະເວລາທີ່ເໝາະສົມສຳລັບທຳດີໃດໆ ແລະການໃຊ້ກາລະເວລານັ້ນໃນເໝາະສົມເຊັ່ນ: ຮູ້ວ່າເວລາໃດຄວນ ເວລາໃດບໍ່ຄວນ
6.   ປະຣິສັນຍຸຕາ = ການຮູ້ຈັກຊຸມຊົນ ຄືການເປັນຜູ້ຮູ້ຈັກຊຸມຊົນ ຖິ່ນທີ່ຢູ່ອາໄສ ຫຼື ສັງຄົມທີ່ຕົນອາໄສຢູ່ ລວມເຖິງຮູ້ຈັກວ່າຊຸມຊົນເຫຼົ່ານັ້ນມີຄວາມຕ້ອງການຫຍັງ ມີຄວາມເຫັນ ຫຼື ຂໍ້ຕົກລົງຢ່າງໃດ ເມື່ອຮູ້ເຊັ່ນນັ້ນແລ້ວ ຍ່ອມຢູ່ຮ່ວມຊຸມຊົນໄດ້ຢ່າງມີຄວາມສຸກ
7.   ປຸກຄະໂລປະລັນຍຸຕາ= ການຮູ້ຈັັກບຸກຄົນ ຄືການເປັນຜູ້ຮູ້ຈັກເລືອກຄົບຄົນ ໃຜຄວນຄົບ ຫຼື ບໍ່ຄວນຄົບ ແລະຮູ້ຈັກວ່າ ຄົນແຕ່ລະຄົນມີອຸປະນິໄສໃຈຄໍຢ່າງໃດມີຄຸນນະທຳຢ່າງໃດ ມີຄວາມປະພຶດຕ່າງກັນຢ່າງໃດຶ ໜ້າທີການງານຕ່າງກັນຢ່າງໃດ ດັ່ງນັ້ນຈຶ່ງຕ້ອງຮູ້ຈັກເລືອກຄົບຄົນທີ່ຄວນຄົບ ເຮັດໃຫ້ໄດ້ຄົນດີ
IV. ໂລກະທຳ 8
1.    ການມີລາບ = ມະນຸດບົນໂລກເຮົານີ້ ຍ່ອມຕ້ອງການເຊິ່ງຊັບສິນເງິນທອງ ໂພຊະນະ ແລະປັຈຈັຍທັງຫຼາຍ ຕາມສິ່ງທີ່ຕົນປາຖະໜາ ບໍ່ວ່າຈະໄດ້ມາດ້ວຍຄວາມສຸກຈະລິດ ຫຼື ທຸຈະລິດເປັນຕົ້ນ
2.   ການມີຍົດ = ມະນຸດເຮົານອກຈາກຈະປາຖະໜາສິ່ງຕ່າງໆມາຂ້າງເທິງແລ້ວ ຍັງຈະຕ້ອງການຍົດຖາບັນດາສັກ ເພື່ອເປັນບົດບາດໜ້າທີ່ຂອງຕົນຢູ່ໃນສັງຄົມເຊັ່ນວ່າ: ປາຖະໜາເປັນນາຍົກ ເປັນປະທານປະເທດ ເປັນຕົ້ນ
3.   ການມີຄຳສັນລະເສີນ = ການສັນລະເສີນສຸກໃນສັງຄົມສູ່ມື້ກະມີຄວາມສຳຄັນເຊັ່ນດຽວກັນ ການທີ່ເຮົາໄດ້ຍິນຄຳກ່າວທີ່ເຂົາເວົ້າ ຫຼື ລະນຶກເຖິງຕົນດ້ວຍຄວາມບໍລິສຸດໃຈໃນການເຊີດຊູຕໍ່ຄວາມດີ ຫຼື ສິ່ງທີ່ຕົນໄດ້ກະທຳຕໍ່ຜູ້ອື່ນສິ່ງນີ້ເອີ້ນວ່າ ຄຳສັນລະເສີນ
4.   ການມີຄວາມສຸກ = ຄືການໄດ້ມີຄວາມອີ່ມອົກອີ່ມໃຈໃນສິ່ງທີ່ໄດ້ມາຕາມຄວາມປາຖະໜາທັງສາມປະການຂ້າງເທິງ ແຕ່ຍັງຢາກມີຄວາມສຸກທາງໃຈ ໃຈໃນດ້ານອື່ນ ເຊັ່ນວ່າ: ຄວາມສຸກຈາກການໄດ້ມີຄົນຮັກ ຄວາມສຸກຈາກຄວາມສຳເລັດໃນການງານ ແລະການຮ່ຳຮຽນເປັນຕົ້ນ
5.   ເສື່ອມໃນລາບ = ການທີ່ເຮົາໄດ້ມາເຊິ່ງ ໂພຄະຊັບສົມບັດ ດັ່ງກ່າວ ມັນກໍ່ຍ່ອມມີການຫາຍໄປເຊັ່ນດຽວກັນ ແລະສິ່ງທັງຫຼາຍທັງປວງບໍ່ທ່ຽງ ແລະບໍ່ຄົງຈະຢູ່ນຳເຮົາໄດ້ນານ ເພາະວ່າບາບເຫຼົ່ານັ້ນເປັນຮູບປະທຳເຊິ່ງຈັບບາຍບໍ່ໄດ້ ຍ່ອມມີວັນລົດໜ້ອຍ ຫຼື ໝົດໄປຈາກຕົນເຊັ່ນດຽວກັນເຊັ່ນວ່າ: ເງິນ ທອງ ຫຼື ໂພຄະຊັບຕ່າງໆ
6.   ເສື່ອມໃນຍົດ =  ກໍ່ເຊັ່ນດຽວກັນ ຍົດຖາບັນສັກເຫຼົ່ານັ້ນບໍ່ທ່ຽງ ແລະບໍ່ຄົນຈະຢູ່ນຳເຮົາໄປຈົນຕາຍໄດ້ເພາະຍົດຖາບັນດາສັກເຫຼົ່ານັ້ນເປັນນາມມະທຳທີ່ເຮົາຈັບບາຍບໍ່ໄດ້ ເປັນນາມທີ່ພຽງເຂົາສົມມຸດຕັ້ງໃຫ້ແທນຕົວຕົນຂອງເຮົາແຕ່ຍົດນັ້ນຍ່ອມໝົດໄປຕາມວາລະການງານ ຫຼື ໝົດໄປຕາມກາຍຂອງເຮົາໄປເຊັ່ນ: ເວລາເຮົາຕາຍຈາກໄປຍົດຖາບັນດາສັກເຫຼົ່ານັ້ນກໍ່ສົມມຸດໃຫ້ຄົນອື່ນຕໍ່ດັ່ງທ່ານໄກສອນ ພົມວິຫານ ທ່ານເຄີຍເປັນປະທານປະເທດມາກ່ອນ ເມື່ອເວລາລາວຈາກໄປຍົດດັ່ງກ່າວກໍ່ສົມມຸດໃຫ້ທ່ານອື່ນຕໍ່ເປັນຕົ້ນ
7.   ຄຳນິນທາ = ການທີ່ເຮົາໄດ້ຍິນຄຳກ່າວ ທີ່ເຂົາກ່າວເຖິງຕົນທາງທີ່ເສື່ອມເສຍ ຄຳເຫຼົ່ານັ້ນຍ່ອມບໍ່ເປັນທີ່ປາຖະໜາຂອງຄົນທັງຫຼາຍ ແຕ່ກໍ່ເປັນທຳມະດາທີ່ມະນຸດໂລກພວກເຮົານີ້ ເມື່ອມີຜູ້ທີ່ຮັກ ຍ່ອມມີຜູ້ລັງກຽດ ແລະນິນທາວ່າຮ້າຍກັບຄຳສັນລະເສີນເປັນຂອງຄູ່ກັນ ແມ້ແຕ່ພຣະຜູ້ມີພະພາກ ເປັນບໍຣົມມະຄຣູຂອງເທວະດາ ແລະມະນຸດທັງຫຼາຍ ກໍ່ຍັງຖືກນິນທາ
8.   ການມີຄວາມທຸກ = ຄວາມເສົ້າໂສກເສຍໃຈ ຫຼື ໝົ່ນໝອງຈາກການເສື່ອມໃນລາບ,ຍົດ ແລະຖືກນິນທາວ່າຮ້າຍ ນອກຈາກນັ້ນຄວາມທຸກຍັງລວມເຖິງຄວາມທຸກທີ່ເກີດຈາກດ້ານຕ່າງໆເຊັ່ນ: ທຸກບໍ່ມີເຂົ້າຈະກິນ, ທຸກຈາກຄວາມຜິດຫວັງໃນຄວາມຮັກ ແລະຄວາມທຸກເກີດຈາກການສູນເສຍໃນສິ່ງທີ່ຮັກທີ່ພໍໃຈເປັນຕົ້ນ
V. ມັກມີອົງ 8
1.    ສັມມາທິດຖີ = ຄວາມເຫັນຊອບ ຄືຄວາມເຫັນທີ່ຖືກຕ້ອງຕາມທຳນອງຄອງທຳ ເຮົາຕ້ອງຈຳແນກວ່າສິ່ງໃດຖືກ ສິ່ງໃດຜິດ ບໍ່ແມ່ນວ່າໃຊ້ວິທີຂອງຕົນຕັດສິນຄະດີຕ່າງໆ ເຊັ່ນວ່າ: ມັກກໍ່ເອົາ ບໍ່ມັກກໍ່ປະ ສິ່ງໃດຕົນມັກ ກໍ່ສັນລະເສີນ ສິ່ງໃດບໍ່ມັກກໍ່ນິນທາ ແບບນີ້ບໍ່ແມ່ນຄວາມເຫັນຖືກຕ້ອງ ຕາມທຳນອງຄອງທຳ ເຮົາຕ້ອງພິຈາລະນາ ແຍກສ່ນຖືກ ສ່ວນຜິດອອກ
2.   ສັມມາສັງກັປປະ = ການດຳຣິຊອບ ຄືການລະອອກຈາກກາມ , ຈາກການບໍ່ພະຍາບາດບໍ່ປອງຮ້າຍ , ຈາກການບໍ່ບຽດບຽນ
-      ການລະອອກຈາກກາມຄື ການລະຄວາມພໍໃຈໃນຮູບ,ສຽງ,ກິ່ນ,ລົດ,ຄວາມນຶກຄິດ,
-      ການລະອອກຈາກບໍ່ພະຍາບາດບໍ່ປອງຮ້າຍຄືເຮົາຕ້ອງຮູ້ຈັກເມດຕາຄືເຮົາບໍ່ເບິ່ງຄົນໃນແງ່ຮ້າຍ
-      ການລະອອກຈາກບໍ່ບຽດບຽນຄືບໍ່ຄິດຮ້າຍ, ບໍ່ຄິດທຳລາຍ
3.   ສັມມາວາຈາ = ການເຈລະຈາຊອບ ຄືໄດ້ແກ່ ວະຈີສຸຈະຣິດ ປະກອບດ້ວຍ 4 ຢ່າງຄື:
-      ບໍ່ເວົ້າເທັດ
-      ບໍ່ເວົ້າສໍ່ສຽດ
-      ບໍ່ເວົ້າຄຳຫຍາບ
-      ບໍ່ເວົ້າເພີ້ເຈີ້
4.   ສັມມາກັມມັນຕະ = ການປະພຶດ,ການກະທຳຊອບ ຄືໄດ້ແກ່ກາຍສຸຈະຣິດ ປະກອບດ້ວຍ 3 ຢ່າງຄື:
-      ບໍ່ຂ້າສັດ
-      ບໍ່ລັກຊັບ
-      ບໍ່ປະພຶກຜິດໃນກາມ
5.   ສັມມາອາຊີວະ = ການລ້ຽງຊີບຊອບ ຄືໄດ້ແກ່ເວັ້ນມິດສາຊີບ , ການປະກອບຊີບ
-      ເວັ້ນມິດສາຊີບ ກໍ່ຄື ເວັ້ນຈາກການປະກອບອາຊີບໃນທາງທີ່ຜິດກົດໝາຍບ້ານເມືອງ
-      ການປະກອບອາຊີບ ໃນປະຈຸບັນອາຊີບການງານກໍ່ຫຼາກຫຼາຍເຊັ່ນວ່າ: ທະຫານ ຕຳຫຼວດ ທະນາຄານ ການເງິນ ...
6.   ສັມມາວາຍາມະ = ຄວາມພຽນຊອບ ໄດ້ແກ່ ສັມມັປປະທານ 4 ຄື:
1.    ພຽນລະວັງ ຫຼື ພຽນປິດກັ້ນຄື ພຽນລະວັງຍັງບາບອະກຸສົນທຳ ຍັງບໍ່ເກີດມີໃຫ້ເກີດຂຶ້ນ
2.   ພຽນລະ ຫຼື ພຽນກຳຈັດ ຄືພຽນລະບາບອະກຸສົນທຳທີ່ເກີດຂຶ້ນແລ້ວ
3.   ພຽນຈະເລີນ ຫຼື ພຽນກໍ່ໃຫ້ເກີດ ຄືພຽນທຳອະກຸສົນທຳທີ່ຍັງບໍ່ເກີດໃຫ້ເກີດມີຂຶ້ນ
4.   ພຽນຮັກສາ ຄື ພຽນຮັກສາກຸສົນທຳທີ່ເກີດຂຶ້ນແລ້ວໃຫ້ຕັ້ງໝັ້ນ ແລະຈະເລີນຍິ່ງຂຶ້ນໄປຈົນສົມບູນ
7.   ສັມມາສະຕິ = ຄວາມລະນຶກຊອບ ໄດ້ແກ່ ສະຕິປັດຖານ 4 ຄື:
-      ຕັ້ງສະຕິກຳນົດພິຈາລະນາກາຍ
-      ເວທະນາ
-      ຈິດ
-      ທຳ
8.   ສັມມາສະມາທິ = ຕັ້ງໝັ້ນຊອບ ໄດ້ແກ່ ຍານ 4 ຄື:
-      ປະຖົມຍານ
-      ທຸຕິຍະຍານ
-      ຕະຕິຍະຍານ
-      ຈະຕຸຕຖະຍານ
VI. ບຸນກິລິຍາວັດຖຸ 10
1.    ທານະມັຍ = ບຸນເກີດຈາກການໃຫ້ທານ ຄືການໃຫ້ວັດຖຸສິ່ງຂອງຕ່າງໆແກ່ຜູ້ອື່ນ ເປັນບຸນຊະນິດໜຶ່ງ ເຊິ່ງເອີ້ນວ່າ ບຸນເກີດຈາກການໃຫ້  ໃນເຈຕະນາຂອງຫານໃຫ້ທານຂອງເຮົາກໍ່ມີຫຼາຍແບບເຊັ່ນ:
-      ໃຫ້ເພື່ອບູຊາຄຸນ ເຊັ່ນ ພໍ່ແມ່, ຄູອາຈານ ເປັນຕົ້ນ
-      ໃຫ້ເພື່ອສາທາລະນະປະໂຫຍດເຊັ່ນ ການຊ່ວຍເຫຼືອ ຫຼື ຖວາຍແກ່ສາສະນາ...
-      ໃຫ້ເພື່ອອະນຸເຄາະເຊັ່ນ  ໃຫ້ຍາດພີ່ນ້ອງ ລູກຫຼານ
-      ໃຫ້ເພື່ອສົງເຄາະເຊັ່ນ ໃຫ້ແກ່ຜູ້ຕົກທຸກໄດ້ຍາກ
-      ໃຫ້ເພື່ອສຳລະກິເລດເຊັ່ນ ໃຫ້ເພື່ອສ້າງຄວາມດີເປັນຕົ້ນ
2.   ສີລະມັຍ = ບຸນເກີດຈາກການຮັກສາສິນ ການຮັກສາສິນກໍ່ເປັນບຸນອັນຍິ່ງໃຫຍ່ ດ໋ງນັ້ນ ເຮົາຈຶ່ງຕ້ອງໄດ້ສັງລວມລະວັງໃນສິກຂາບົດ ຕາມລະບຽບທີ່ບັນຍັດໄວ້ດ້ວຍ ກາຍ ວາຈາ ໃຈ ເປັນຢ່າງດີ ບໍ່ໃຫ້ຂາດຕົກບົກຜ່ອງ ບໍ່ວ່າຈະເປັນ ຈຸລະສິນ ມັດສິມາສິນ ແລະມະຫາສິນເປັນຕົ້ນ
3.   ພາວະນາມັຍ = ບຸນເກີດຈາກການຈະເລີນພາວະນາ ການຈະເລີນພາວະນາເປັນທຳຂັ້ນສູງໃນທາງພຸທທະສາສະນາ ໝາຍເຖິງການລວບລວມຈິດໃຈໃຫ້ໝັ້ນ ຫຼື ການທຳຈິດຂອງຕົນໃຫ້ຂາວສະອາດ ສະຫງົບ ສະຫວ່າງດັ່ງນັ້ນຈຶ່ງຈັດເປັນບຸນປະການໜຶ່ງ
4.   ອະປະຈາຍະນະມັຍ = ບຸນເກີດຈາກການອ່ອນນ້ອມຖ່ອມຕົນຕໍ່ຜູ້ໃຫຍ່  ການອ່ອນນ້ອມຖ່ອມຕົນຈັດເປັນບຸນຢ່າງໜຶ່ງ ເພາະວ່າຈິດໃຈບໍ່ແຂງກະດ້າງ  ແຕ່ການອ່ອນນ້ອມນັ້ນ ຕ້ອງອ່ອນນ້ອມຕໍ່ບຸກຄົນທີ່ຄວນອ່ອນນ້ອມເຊັ່ນ: ບຸກຄົນທີ່ແກ່ກວ່າເຮົາຄື: ພໍ່ແມ່,ອ້າຍເອື້ອຍ,ລູງປ້າ,ນ້າອາເປັນຕົ້ນ
5.   ເວີຍຍາວັຈຈະມັຍ = ບຸນເກີດຈາກການຂົນຂວາຍໃນກິດທີຊອບທຳ  ການຂົນຂວາຍໃນກິດທີ່ຊອບທຳ ຈັດເປັນບຸນຢ່າງໜຶ່ງ ເພາະເຮົາໄດ້ຊ່ວຍໃນສິ່ງທີ່ມີປະໂຫຍດໃຫ້ແກ່ຄົນອື່ນກະຄືສ່ວນລວມ ເຊັ່ນ: ສ້າງຖະໜົນຫົນທາງ, ສ້າງວັດວາອາຣາມ, ສ້າງໂຮງຮຽນ ໂຮງໝໍ ປູກຕົ້ນໄມ້ໃຫ້ຮົ່ມເປັນຕົ້ນ ນັບວ່າໄດ້ຊ່ວຍໃຫ້ຄົນອື່ນໄດ້ ຊົນນຳ ແລະຍັງມີອີກຫຼາຍໜ້າວຽກທີ່ເຮົາເຮັດໄປແລ້ວເປັນປະໂກຍດໃຫ້ແກ່ສັງຄົມ ນັ້ນກໍ່ນັບວ່າເປັນບຸນທີ່ເກີດຈາກການທຳກິດທີ່ຊອບທຳ
6.   ປັຕຕິທານະມັຍ = ບຸນເກີດຈາກການໃຫ້ສ່ວນບຸນ ຄືທີ່ພວກເຮົາເຫັນກັນທຸກວັນນີ້ ຊາວພຸດທະສາສະນິກະຊົນທັງຫຼາຍ ເມື່ອທຳບຸນຕັກບາດແລ້ວ ພວກເຂົາມັກຈະອຸທິດສ່ວນບຸນກຸສົນນັ້ນ ໄປໃຫ້ຜູ້ທີ່ມີພະຄຸນທີ່ລ່ວງລັບໄປແລ້ວ ຫຼື ອຸທິດໃຫ້ແກ່ສັບພະສັດທັງຫຼາຍເປັນຕົ້ນ ຢ່າງນີ້ກໍ່ຈັດເປັນບຸນຢ່າງໜຶ່ງ
7.   ປັຕຕານຸໂມທະນາມັຍ = ບຸນເກີດຈາກການອະນຸໂມທະນາສ່ວນບຸນ   ດັ່ງທີ່ເຮົາເຫັນກັນຢູ່ ຊາວລາວຂອງພວກເຮົາຈຳນວນຫຼວງຫຼາຍ ມາຮອດວັນາສິນ ວັນພະ ພໍ່ແມ່ຊາວພຸທທະສາສະນິກະຊົນ ຕ່າງກໍ່ພາກັນຕັກບາດຢາດນ້ຳໄດ້ມີການຮັກສາສິນກິນທານ ແລະຈະເລີນພາວະນາ ແລະຖວາຍກກຸສົນໃຫ້ແກ່ພໍ່ແມ່ພີ່ນ້ອງ, ເພື່ອນສະໜິດມິດສະຫາຍ ຫຼື ເຈົ້າກຳນາຍເວນທີ່ໄດ້ລ່ວງລັບໄປແລ້ວໃຫ້ມາຮັບສ່ວນບຸນກຸສົນຢ່າງນີ້  ກໍ່ຈັດວ່າເປັນການອະນຸໂມທະນາສ່ວນບຸນເໝືອນກັນ
8.   ທັມມັສສະວະນະມັຍ = ບຸນເກີດຈາກການຟັງທຳ  ການຟັງທຳ ຈັດເປັນບຸນຢ່າງໜຶ່ງ ເພາະການຟັງທຳເຮັດໃຫ້ເຂົ້າໃຈຫຼັກຄຳສອນຂອງພຣະສຳມາສັມພຸທທະເຈົ້າໄດ້ເຊັ່ນວ່າ: ໃນຄັ້ງ ສະໄໝພະພຸດທະການ ການເຂົ້າໃຈພະພຸດທະສາສະນາ ແລະການບັນລຸມັຜົນ ເນື່ອງຈາກການຟັງທຳທັງສິ້ນ ເພາະບໍ່ມີສື່ໃນການຟັງ, ໜັງສືໃນເມື່ອກ່ອນກໍ່ຫາຍາກ ດັ່ງນັ້ນຈຶ່ງຕ້ອງຟັງທຳເປັນສ່ວນໃຫຍ່
9.   ທັມມະເທສະນາມັຍ = ບຸນເກີດຈາກການສະແດງທຳ   ການສະແດງທຳນັບວ່າເປັນບຸນຢ່າງໜຶ່ງ  ເພາະເຮັດໃຫ້ສາສະນາ ດຳລົງໝັ້ນມາໄດ້ຈົນເຖິງເທົ່າທຸກວັນນີ້ ກໍ່ເພາະໄດ້ມີການແນະນຳສັງສອນສືບຕໍ່ກັນມາ ແລະການສະແດງທຳນີ້ໄດ້ຈັດເປັນທຳມະທານທີ່ມີໝາກຜົນກວ່າການໃຫ້ທານທັງປວງ ດັ່ງນັ້ນພະພຸດທະອົງ ຈຶ່ງຕັດໄວ້ວ່າ: ’’ສັບພະທານັງ ທັມມະທານັງ ຊິນາຕິ’’ ການໃຫ້ທຳມະເປັນທານ ຊະນະການໃຫ້ທັງປວງ
10. ທິດທຸຊຸກັມມ໌ = ການທຳຄວາມເຫັນໃຫ້ຕົງ  ກໍ່ຄືມີສັມມາທິຖີ ຄວາມເຫັນຊອບນັ້ນເອງ ຄືເຫັນຕົງຕາມທຳນອງຄອງທຳ ຈັດເປັນບຸນຢ່າງໜຶ່ງໃນພຸດທະສາສະນາ ເຊັ່ນ: ເຫັນວ່າ ການທຳຄວາມດີ ຍ່ອມໄດ້ດີ  ການທຳຄວາມຊົ່ວຍ່ອມໄດ້ຊົ່ວ ເປັນຕົ້ນ.

1 ความคิดเห็น:

ປະຫວັດເຈົ້າຟ້າງຸ່ມ

v ປະຫວັດເຈົ້າຟ້າງຸ່ມ           ເຈົ້າຟ້າງຸ່ມປະສູດເມື່ອ ຄ.ສ 1316 ເປັນໂອຣົດຂອງພະເຈົ້າຟ້າງ້ຽວ ບຸກຂະລິກ ລັກສະນະພິເສດຂອງເຈົ້າຟ້າງຸ່...